ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນສັ່ງຫ້າ​ມສັນຈອນ​ໃນ​ຍາມ​ກາງຄືນຢູ່​ເມືອງ​ຈໍາ​ໂບນກາ​ທາງ​ພາກ​ໃຕ້ຂອງ​​​ຟີ​ລິບ​ປິນ

(GMT+08:00) 2013-09-10 11:11:57     cri

​ວັນ​ທີ9ກັນຍາ​ນີ້,ຜູ້ປະກອບ​ອາວຸດ​ຂອງ​ແນວ​​ໂຮມ​ປົດ​ປ່ອຍ​ຊາ​ດ​ໂມ​ໂລ​ຂອງ​​ຟີ​ລິບ​ປິ​ນ​ໄດ້​ເຂົ້າ​ໂຈມ​ຕີເມືອງ​ຈໍາ​ໂບນກາທີ່​ເປັນ​ເມືອງ​ທ່າ​ເຮືອ​ການ​ຄ້າ​ທາງພາກ​ໃຕ້ຂອງ​​​ຟີ​ລິບ​ປິນ​ແລະ​​ໄດ້​​ເກີດ​ການສູ້​ຮົບ​​ກັບ​ກອງທັບ​ປະ​ຈໍາ​ທ້ອງ​ຖິ່ນ​ແລະ​ຕໍ​າຫລວດ.​ເຈົ້າ​ໜ້າທີ່​​​ຟີ​ລິບ​ປິນ​ໄດ້​ສັ່ງຫ້າ​ມສັນຈອນ​ໃນ​ຍາ​ມກາງຄືນຢູ່​ເມືອງ​ດັ່ງກ່າວ ເພື່ອ​ບໍ່​ໃຫ້​ສະພາບ​ການຮ້າຍ​ແຮງ​ຂຶ້ນ.​ເຈົ້າ​ໜ້າ​ທີ່​ທະຫານ​​ຟີ​ລິບ​ປິນກ່າວ​ວ່າ,ການສູ້​ຮົບ​​​ໃນ​ຄັ້ງ​ນີ້ໄດ້​ເຮັດ​ໃຫ້4ຄົນ​ເສຍ​ຊີວິດ​ແລະຢ່າງ​ໜ້ອຍ17ຄົນ​ໄດ້​ຖືກ​ບາດ​​ເຈັບ​,ຍັງ​ມີພົນ​ລະ​ເມືອງ200ກວ່າ​ຄົນ​ຖືກ​ຈັບ​ເປັນ​ຕົວ​ປະກັນ.

ຂ່າວ​ແຈ້ງ​ອີກ​ວ່າ,ພາຍຫລັງ​ເກີດ​ເຫດການ​ທີ່​​​​ແນ​ວໂຮມ​ປົດ​ປ່ອຍ​ຊາ​ດ​ໂມ​ໂລ​ຂອງ​​ຟີ​ລິບ​ປິ​ນ​​ເຂົ້າ​ໂຈມ​ຕີ​ເມືອງ​ຈໍາ​ໂບນກາ​ທາງພາກ​ໃຕ້​ຂອງ​ຟີ​ລິບ​ປິນ​ໃນ​ວັນ​ທີ9ກັນຍາ​ນີ້,ກ​​ອງກໍາລັງປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ມາ​ເລ​ເຊ​ຍປະ​ຈໍາ​ເຂດ​ຊາຍ​​ແດ​ນພາກ​ຕາ​ເວັນ​ອອກ​ຂອງລັດ​ບາ​ຊາ​ໄດ້ຍົກ​ສູງ​ສະຕິ​ລະວັງ​ຕົວ​ເພື່ອ​ຫລີກ​​ເວັ້ນ​ບໍ່​ໃຫ້​ເກີດເຫດການ​ທີ່ພົນ​ລະ​ເມືອ​ງພາກ​ໃຕ້​ຟີ​ລິບ​ປິນ​ໄດ້ຫລັ່ງ​ໄຫລ​​ເຂົ້າ​ໃນ​ເມືອງ​ບາ​ຊາ​ໃນ​ຊຸມ​ປີ1970ນັ້ນເກີດ​ຂຶ້ນ​ອີກ​ເທື່ອ​​ໃໝ່.