​ຈີນຊົມ​ເຊີຍພັກ​ປະຊາຊົນ​ກໍາ​​ປູ​ເຈຍ​​ໄດ້​ຮັບ​​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​

(GMT+08:00) 2013-09-10 14:26:43     cri

ວັນ​ທີ9ກັນຍາ​ນີ້,​ໃນ​ກ​ອງປະຊຸມ​ຖະ​ແຫລ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ,ທ່ານ​ຫົງ​​ເຫລີ​ຍ,​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຈີນ​ຊົມ​ເຊີຍ​ພັກ​ປະຊາຊົນ​ກໍາປູ​ເຈຍ​ທີ່​ໄດ້​ຮັບ​​ໄຊຊະນະໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ.

ທ່ານ​ຫົງ​ເຫລີ​ຍກ່າວ​ວ່າ,​ໃນຊຸມ​ປີມໍ່ໆ​ມາ​ນີ້,ສະຖານະ​ການ​ດ້ານ​ການ​ເມືອງ​ຂອງ​ກໍາປູ​ເຈຍ​ມີ​ຄວາມ​ໝັ້ນ​ທ່ຽງ,​ເສດຖະກິດ​ໄດ້​ຮັບ​ການ​ພັດທະນາ​​ແລະ​ໄດ້​ຮັບ​ຜົນ​ສໍາ​​ເລັດ​ທີ່​ໜ້າ​ຊົມ​​ເຊີຍບົນເສັ້ນທາງພັດທະນາ​ທີ່ສອດຄ່ອງ​ກັບ​ສະພາບ​​ຄວາມເປັນ​ຈິງ​ຂອງ​ປະ​ເທດ​ຕົນ.ຈີນ​ຫວັງ​ວ່າ​ບຸກຄົນ​ວົງການ​ຕ່າງໆ​ຂອງກໍາ​ປູ​ເຈຍ​ຈະ​​ໃຫ້​ຄວາມສໍາຄັນຕໍ່​ຄວາມສຸກ​ຂອງ​ປະ​ເທດ​ແລະ​ປະຊາຊົນ​ ແລະ​ຮັກສາ​ສະຖານະ​ການ​​ໃຫຍ່ທີ່​ມີ​ຄວາມ​ສາ​ມັກ​ຄີ​ແລະ​ໝັ້ນຄົງ.​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງທີ່​ມີ​ໄມຕີ​ຈິດ​ມິດຕະພາບ,ຈີນ​ຍິນ​ດີ​ສະໜອງ​ການ​ຊ່ວຍ​ເຫລືອ​ໃຫ້​ແກ່​ການ​ສ້າງສາ​ປະ​ເທດ​ແລ​ະຄວາມສຸກ​ຂອງ​ປະຊາຊົນ​ກໍາ​ປູ​ເຈ​ຍ​ຕາມ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກຍູ້​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ​ຈີນ​ແລະ​ກໍາປູ​ເຈຍ​ກ້າວໜ້າ​ໄປ​ຢ່າ​ງບໍ່​ຢຸດ​ຢັ້ງ.