ການ​ຊ້ອມຮົບ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຄັ້ງ​ທໍາ​ອິດ​ຂອງ​ກົນ​ໄກ​ກອງ​ປະຊຸມ​ເປີດ​ກວ້າງ​ລັດ​​ຖະມົນຕີ​ປ້ອງ​ກັນ​ປະ​ເທດອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ອິນ​​ໂດ​ເນ​ເຊຍ

(GMT+08:00) 2013-09-10 16:35:24     cri

ວັນ​ທີ9ກັນຍາ​ນີ້,ການ​ຊ້ອມ​ຮົບ​ຕໍ່ຕ້ານການ​ກໍ່​ການ​ຮ້າຍ​ຄັ້ງ​ທໍາ​ອິດ​ຂອງ​ກົນ​ໄກ​ກອງ​ປະຊຸມ​ເປີດ​ກວ້າງ​ລັດ​​ຖະມົນຕີ​ປ້ອງ​ກັນ​ປະ​ເທດອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ອິນ​​ໂດ​ເນ​ເຊຍ​ເຊິ່ງມີ​ທະຫານ500ກວ່າ​ຄົນ​ທີ່​ມາ​ຈາກ10ປະ​ເທດ​ສະມາ​ຊິກ​ອາຊຽນ​ແລະ8ປະ​ເທດ​ຄູ່​​ເຈ​ລະ​ຈາ​ຂອງ​ອາ​ຊຽນ​ເຂົ້າ​ຮ່ວມ.

ການ​ຊ້ອມ​ຮົບຄັ້ງ​ນີ້​ໄດ້​ສົມ​ມຸດ​ເຫດການ​ວ່າ​ພວກ​ກໍ່​ການ​ຮ້າຍ​ໄດ້​ໂຈມ​ຕີ​ກໍາ​ປັ່ນ​ນໍ້າມັນ​​ໃນ​ທະ​ເລ​​ດ້ວຍ​ລະ​ເບີດ​ ​ໂດຍ​ໄດ້ແລກປ່ຽນ​ແລະ​ວາງ​ສະ​ແດງ​ນະ​ໂຍບາຍ​ແລະ​ຄວາມ​ສາມາດ​ເຄື່ອນ​ໄຫວ​ໃນ​ດ້ານ​ການ​ຕໍ່ຕ້ານ​ການກໍ່ການ​ຮ້າຍ.ການ​ຊ້ອມ​ຮົບຄັ້ງ​ນີ້​ລວ​ມທັງ​ການ​ຈັດ​ວາງ​ສະຖານ​ທີ່​ຈໍາລອງ,ການວາງ​​ແຜນ​ສູ້​ຮົບ​ແລ​ະການ​ຊ້ອ​ມຮົບ​ຕົວ​ຈິງ,ຈີນ​ໄດ້​ແຕ່ງ​ຕັ້ງ​​ເຈົ້າໜ້າ​ທີ່​ທະຫານ18ຄົນ​ທີ່​ມາ​ຈາກ​ກອງ​​ໃຫຍ່​ເສນາ​ທິການກອງ​ທັບ​ປົດ​ປ່ອຍປະຊາ​ຊົນ​ຈີນ​ແລະ​ເຂດ​ທະຫານ​ຈີ​ໜານ.

ກົນ​ໄກ​ກອງ​ປະຊຸມ​ເປີດ​ກວ້າງ​ລັດ​​ຖະມົນຕີ​ປ້ອງ​ກັນ​ປະ​ເທດອາ​ຊຽນ​​ໄດ້​ລິ​ເລີ່​ມສ້າງ​ຕັ້ງຂຶ້ນ​​ໂດຍ​ກອງ​ປະຊຸມ​ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາຊຽນ​ເຊິ່ງມີ​ຈຸດປະສົງ​​ເພື່ອ​ເພີ່​ມທະວີ​ຄວາ​ມ​ໄວ້​​​ເນື້ອ​​ເຊື່ອ​​ໃຈ​ເຊິ່ງກັນ​ແລະ​ກັນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ອາຊຽນກັບປະ​ເທດ​ທີ່​ກ່ຽວຂ້ອງ​ຂອງ​ພາກພ​ພື້ນ​ອາຊີ​ປາຊິ​​ຟິກ ​ແລະ​ຮັບ​ມື​ກັບ​ສິ່ງ​ທ້າ​ທ້າ​ຍຄວາມ​ໝັ້ນຄົງ​ຂ້າມ​ຊາດທີ່​ບໍ່​ເປັນ​ມູນ​ເຊື້ອ.