ທ່ານ​ຫລີ​ເ​ຄີ້ສຽງພົບປະ​​ກັບຮອງ​ນາ​ຍົກ​ລັດຖະ​ມົນຕີລັດ​ເຊ​ຍ​ແລະກ່າວ​ວ່າການ​ຕ້ານ​ໄພ​ນໍ້າ​ຖ້ວມ​ຮ່ວ​​ມຂອງ​ຈີນ​ແລະ​ລັ​ດ​ເຊຍ​​ໄດ້ສະ​ແດງ​ໃຫ້​ເຫັນ​​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ

(GMT+08:00) 2013-09-10 16:52:56     cri

 

ວັນ​ທີ1​0ກັນຍາ​ນີ້,​ໃນ​​ເວລາ​ພົບ​ປະ​ກັບ​ທ່ານ​ອາ​ຄາ​ດີ ​ໂດ​ວໍ​ໂຄ​ວິກ,ຮອງ​ນາ​ຍົກ​ລັດຖະມົນຕີ​ລັດ​ເຊຍ,ທ່ານ​ຫລີ​ເ​ຄີ້ສຽງ,ນາຍົກລັດ​ຖະມົນຕີ​ຈີນ​​ໄດ້​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​​ແລະ​ຄວາມ​ຫ່ວງ​ໃຍຕໍ່​ເຂ​ດພາກ​ຕາ​ເວັນ​ອອກ​​ໄກ​ຂອງ​ລັດ​ເຊຍ​ທີ່​ປະສົບ​ກັບ​ໄພ​ນໍ້າ​ຖ້ວມ.


ທ່ານ​ຫລີ​ຄື້ສຽງ​ກ່າວ​ວ່າ,ທ່ານ​​ເຄີຍ​ໂອ້​ລົ​ມ​ກັບ​ທ່ານ​ເມດ​ເວ​ເດ​ຟ​ໂດຍ​ຜ່ານ​ໂທລະ​ສັບ​ເປັນ​​ເວລາ2ຄັ້ງ​ ​ເພື່ອ​ປືກສາ​ຫາ​ລື​ຮ່ວມ​ກັນ​ກ່ຽວ​ກັບ​ການ​ຕ້ານ​ໄພ​ນໍ້າ​ຖ້ວມ​ຢູ່​ແມ່​ນໍ້າ​ໄຮ່​ຫລົງ​ຈ່ຽງ.ທ່າ​ນ​ໄດ້​ຄວາມ​ຂອບ​​ໃຈ​ຕໍ່​ລັດ​ເຊຍ​ທີ່​ໄດ້​ໃຫ້ການ​ຊ່ວຍ​​ເຫລືອ​ແກ່​ຈີນ​ໃນ​ການ​ຕ້ານ​ໄພນໍ້າ​ຖ້ວ​​ມ​ຢູ່​ຍ່ານ​ເໜືອ​ຂອງ​ແມ່​ນໍ້າ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງ​ການ​ພົວພັນ​ຄູ່​ຮວມມື​ຍຸດ​ທະ​ສາດ​ຮອບດ້ານຢ່າງ​ເຕັມທີ່.

ທ່ານ ອາ​ຄາ​ດີ ​ໂດ​ວໍ​ໂຄ​ວິກ​ໄດ້​ກ່າວ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຈາກ​ທ່ານ​ປູ​ຕິນ ​ປະທານາທິບໍດີ​ລັດ​ເຊຍ ​ແລະ​ທ່ານ​​ເມດ​ເວ​ເດ​ຟ ນາ​ຍົກ​ລັດຖະ​ມົນຕີ​ລັດ​ເຊຍ ຕໍ່​ທ່ານ​ຫລີ​​ເຄີ້ສຽງ.ທ່ານ​ຫລີ​ຄື້ສຽງ​ກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ນໍາ​ການ​​ຢື້​ຢາມ​ຖາມ​ຂ່າວ​ດັ່ງກ່າວ.