ຈີນ​ແລະ​ອາ​ຊຽນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງທີ່​ບໍ່​ເປັນ​ມູນ​ເຊື້ອ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ

(GMT+08:00) 2013-09-11 14:24:39     cri
ຕາມ​ຂ່າວCRI:ຕອນ​ເຊົ້າ​ວັນ​ທີ10ກັນຍາ​ນີ້, ​ກຳ​ປັ່ນ​ໂຮງໝໍ"​ເຮີ​ຜິ​ງຟ່າວ​ໂຈ່ງ"ຂອງ​ກອງທັບ​ເຮືອ​ຈີນ​ໄດ້​ເດີນທາງ​ໄປ​ເຖິງ​ອິນ​ໂດ​ເນ​ເຊຍ, ​ເພື່ອ​ເຂົ້າ​ຮ່ວມ​ການ​ລາດຕະ​ເວນ​ກວດ​ສຸຂະພາບ​ແລະ​ປິ່ນປົວ​ຮ່ວມ​ທີ່​ຈັດ​ຂຶ້ນ​ຮ່ວມ​ໂດຍ​ກອງທັບ​ເຮືອ​ອິນ​ໂດ​ເນ​ເຊຍ, ຈີນ​ແລະ​ສິງກະ​ໂປ. ວັນ​ທີ9ກັນຍາ​ນີ້, ການ​ເຝິກຊ້ອມ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຄັ້ງ​ທຳ​ອິດ​ຂອງ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​ເຊຍ, ຈີນ​​ໄດ້​ສົ່ງ​ເຈົ້າ​ໜ້າ​ທີ່​ທະຫານ18ຄົນ​ເຂົ້າ​ຮ່ວມ. ກ່ອນ​ໜ້າ​ນີ້ທ່ານ​ຈ່າງ​ເສ​ກ່າງ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ອາຊີ​ໃຕ້​ແລະ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນຍຸກ​ປະຈຸ​ບັນ​ຈີນ​​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​CRI​ໂດຍ​ກ່າວ​ວ່າ, ການ​ຮ່ວມ​ມື​​ດ້ານ​ຄວາມ​ໝັ້ນຄົງ​ລະຫວ່າງ​ຈີນ​ແລະ​ອາ​ຊຽນ​ແມ່ນ​ຂົງ​ເຂດໜຶ່ງ​ທີ່​ສຳຄັນ, ສອງ​ຝ່າຍ​ເພີ່ມທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ມູນ​ເຊື້ອ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນລະຫວ່າງ​ສອງ​ຝ່າຍ.

ທ່ານ​ຈ່າງ​ເສ​ກ່າງ​ກ່າວ​ວ່າ, ຄວາມ​ໝັ້ນຄົງ​ທີ່​ບໍ່​ເປັນ​ມູນ​ເຊື້ອ​ນັບ​ມື້​ນັບກາຍ​ເປັນ​ຈຸດ​ສຳຄັນ​ທີ່​​ໄດ້ຣັບການ​ເອົາ​ໃຈ​ໃສ່​ຈາກບັນດາ​ປະ​ເທດ​ອາຊີ​ປາຊີ​ຟິກ, ກໍ​ແມ່ນຈຸດ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ລະຫວ່າງ​ຈີນ​ແລະ​ອາ​ຊຽນຕື່ມ​ອີກ. ​ພາຍໃຕ້​ບັນດາຂອບ​ການ​ຮ່ວມ​ມື​ໃນ​ປະຈຸ​ບັນ​, ​ເຊັ່ນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຕ່າງໆ, ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ, ​ເວທີ​ປຶກສາ​ຫາລືພາກ​ພື້ນ​ອາ​ຊຽນ​ແລະ​ອື່ນໆ, ຈີນ​ແລະ​ອາ​ຊຽນສາມາດດຳ​ເນີນ​ການ​ຄົ້ນຄວ້າ​ພິຈາລະນາ​ແລະ​ແລກປ່ຽນກັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຫົວ​ຂໍ້​ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ. ​ໃນ​ເດືອນມິຖຸນາປີນີ້ກຳປັ່ນ​ໂຮງໝໍ"​ເຮີ​ຜິ​ງຟ່າງ​ໂຈ່​ວ"ຈີນ​ໄດ້​ເຂົ້າ​ຮ່ວມ​ການ​ເຝິກຊ້ອມ​ຮ່ວມ​​ການ​ຊ່ອຍ​ເຫຼືອ​ກູ້​ໄພດ້ານ​ມະນຸດສະທຳ​ແລະ​​ແພດສາດ​ທາງ​ການ​ທະຫານ​​ອາ​ຊຽນຢູ່​ບຣູ​ໄນ​ເປັນ​ຄັ້ງ​ທຳ​ອິດນີ້​ກໍ່​ແມ່ນ​ການ​ເລີ່​ມຕົ້ນ​ທີ່​ດີ, ​ໃນ​ຕໍ່ໜ້າ​ນີ້​ຈະສາມາດ​ເປີດ​ກວ້າງ​ການ​​​ເຝິກຊ້ອມຫຼາຍ​ຝ່າ​ຍ​ຕື່ມ​ອີກ​ລະຫວ່າງ​ຈີນ​​ແລະ​ປະ​ເທດ​ອື່ນໆ​ຂອງ​ອາ​ຊຽນ.

ທ່ານ​ຈ່າງ​ເສ​ກ່າງ​ເຫັນ​ວ່າ, ຈີນກັບ​ບາງ​ປະ​ເທດ​ອາ​ຊຽນຍັງມີ​ຄວາມ​ຂັດ​ແຍ້ງ​ກ່ຽວ​ກັບ​ອະທິປະ​ໄຕ​ດ້ານດິນ​ແດນ, ​ແຕ່​ນີ້ບໍ່​ແມ່ນ​​ເນື້ອ​ໃນ​ທັງ​ໝົດ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ແລະ​ອາ​ຊຽນ. ສອງ​ຝ່າຍ​ຄວນ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ເພື່ອ​ເພີ່ມ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແລະ​ກຳຈັດ​ຂໍ້​ຂ້ອງ​ໃຈລະຫວ່າງ​ສອງ​ຝ່າຍ.