ທ່ານ​ຫລີ​ເຄີ້ສຽງ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ນັກທຸລະກິດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປຶກສາ​ຫາລື​ດາ​ວໍ​ສລະດູ​ຮ້ອນ

(GMT+08:00) 2013-09-11 14:34:51     cri

ຕອນ​ບ່າຍ​ວັນ​ທີ10ກັນຍາ​ນີ້,ທ່ານ​ຫລີ​ເຄີ້ສຽງ,ນາ​ຍົກລັດຖະມົນຕີ​ຈີນ ໄດ້ພົບ​ປະກັບຜູ້​ຕາງ​ໜ້າ​ນັກທຸລະກິດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປຶກສາ​ຫາລື​ດາ​ວໍ​ສລະດູ​ຮ້ອນຄັ້ງ​ທີ7ທີ່​ເມືອງ​ຕ້າ​ຫລຽນ​ຂອງ​ຈີນ.

ຕົວ​ແທນ​ນັກທຸລະກິດ​​ແລະ​ບໍລິສັດ​ທີ່​ມີ​ສື່​ສຽງທົ່ວ​​ໂລກ200ກວ່າ​ທ່ານໄດ້​ພົບ​ປະ​ຢ່າງ​​ໃກ້ຊິດກັບ​ນາຍົກ​ລັດຖະມົນຕີ​ຈີນ.ທ່ານ​ຄຼາວສຼ ສະ​ວາດ,​ປະທານ​ເວ​ທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ເປັນ​​ປະທານ​ກອງ​ປະຊຸມ​ສົນທະນາ​ຄັ້ງ​ນີ້.

ໃນ​ການ​ສົນທະນາ​ແລະ​ການ​ແລກປ່ຽນ​ກັບຜູ້​ຕາງ​ໜ້າ​ນັກທຸລະກິດ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​​ເທດ,ທ່ານ​ຫລີ​ເຄີ້ສຽງ​​ໄດ້​​ແຈ້ງ​​ໃຫ້​ຊາບ​​ເຖິງສະພາບ​​ຫລ້າ​ສຸດ​ຂອງ​​ເສດຖ​ະກິດ​ຈີນ.ທ່ານ​ກ່າວ​ວ່າ,ຈີນ​​ມີ​ຄວາມ​ສາມາດ​ແລະ​ມີ​ເງື່ອນ​ໄຂ​ເພື່ອ​ຮັກສາ​ໃຫ້​ເສດຖ​ະກິດ​ຈີນ​ມີ​ການ​ຂະ​ຫຍາ​ຍຕົວ​ທີ່​ຍືນ​ຍົງ​ແລະ​​ປອດໃສ​ໃນ​ໄລຍະ​ຍາວ​ນານ.ການ​ປະ​ກອບ​ອາຊີບ​ເປັນ​ສິ່ງ​ທີ່​ຕິດ​ພັນ​ກັບ​ຊີວິດ​ການ​ເປັນຢູ່​ຂອງ​ປະຊາຊົນ​ທີ່​ສຸດ,ລັດຖະບານ​ຈີນ​ຢຶດໝັ້ນ​ນະ​ໂຍບາຍ​ການ​ປະກອບ​ອາຊີບ​ທີ່​ຕັ້ງໜ້າ​ເປັນ​​ເວລາ​ຍາວ​ນານ.ພ້ອມ​ກັນ​ນັ້ນ,ລັດຖະບານ​ຈີນ​ຈະ​ສືບ​ຕໍ່ຊຸກຍູ້​ການ​ປະຕິ​ຮູບ​ດ້ວຍ​ຄວາມ​ຕັດສິນ​ໃຈ​ທີ່​ເດັດດ່ຽວ​​,​ເຮັດໃຫ້​ຕະຫລາດສາມາດ​ເສີມຂະ​ຫຍາ​ຍບົດບາດ​​ຂອງ​ຕົນ​ໄດ້,​ເຊິ່ງ​ເປັນ​ການຊຸກຍູ້​​ໃຫ້​ມີ​ຄວາມ​ຊີວິດ​ຊີວາກວ່າ​​ເກົ່າ​​ເພື່ອ​ໃຫ້​ປະຊາຊົນ​ໄດ້​ຮັບຜົນຈາກ​ການ​ປະຕິ​ຮູບ.

ທ່ານ​ສະວາດ​ກ່າວ​ວ່າ,ທ່ານ​ຫລີ​ເ​ຄີ້ສຽງ​​ໄດ້​ແລກປ່ຽນ​​ກັບ​ນັກ​ທຸລະ​ກິດ​ຢ່າງ​​ເປີດ​ອົກ​ເປີດ​​ໃຈໄດ້​ເຮັດ​ໃຫ້​ພວກ​ຂ້າພະ​​ເຈົ້າ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສະພາບ​​ແລະ​ນະ​ໂຍບາຍ​ຂອງ​ເສດຖະກິດ​ຈີນ​ຢ່າງ​ຮອບດ້ານ,​ເລິກ​ເຊິ່ງ​ແລ​ະຖືກຕ້ອງ​ກວ່າ​ເກົ່າ​ແລະ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ​ຂອງ​​ເສດຖະກິດ​ຈີນ​ຫລາຍ​ກວ່າ​​ເກົ່າ.ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ຈີນ​ຈະ​ເສີມ​ຂະ​ຫຍາ​ຍບົດບາດ​ອັນ​ເໝາະສົມ​ຂອງ​ຕົນ​ໃນ​ການ​​ຟື້ນ​​​ຕົວ​ຂອງ​​ເສດຖະກິດ​ໂລກ.