ອິນ​​ໂດ​​ເນ​ເຊຍ​ໄດ້​ກາຍ​​ເປັນ​ອົງ​ກອນເສດ​ຖະກິດ​ທີ່​ກ້າວໜ້າ​ໄວ​ທີ່​ສຸດ​​ໃນປະ​ເທດ​ສະ​ມາ​ຊິກ​ກຸ່ມ​ຈີ20

(GMT+08:00) 2013-09-11 14:36:20     cri
ບົດ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ສາ​ມາດ​ການແຂ່ງ​ຂັນທົ່ວ​​ໂລກ​ປີ2013-2014ທີ່​ເວທີ​ປຶ​ກສາ​ຫາລື​ເສດຖະກິດ​ໂລກ​ໄດ້​ເປີດ​ເຜີຍ​​ເມື່ອ​ບໍ່​ດົນ​ມານີ້ສະ​ແດງ​ໃຫ້​ເຫັນ​ວ່າ,ຄວາມ​ສາມາດ​ການແຂ່ງຂັນ​​ໃນໂລກ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້ຖືກຈັດ​ຢູ່​ອັນ​ດັບ​ທີ38,ຖ້າ​ທຽບ​ກັບ​ປີ​ຜ່ານ​ມານີ້​ໄດ້​ກ້າວ​ຂຶ້ນ12​​ລໍາດັບ ​ເຊິ່ງ​ໄດ້​ກ້າວ​ກະ​ໂດດ​ຂຶ້ນ​ມາເປັນອົງ​ກອນ​ເສດ​ຖະກິດ​ທີ່​ກ້າວໜ້າ​ໄວ​ທີ່​ສຸດ​​ໃນ​ປະ​ເທດສະ​ມາ​ຊິກ​ກຸ່ມ​ຈີ20ນັບ​ແຕ່​​ປີ2006​ເປັນ​ຕົ້ນ​ມາ.ບົດ​ລາຍ​ງານ​ໄດ້​ຊີ້​ໃຫ້​ເຫັນ​ວ່າ,ການ​ດໍາ​​ເນີນ​ການ​ປະຕິ​ຮູບ​ທີ່​ຕັ້ງໜ້າຂອງ​ລັດຖະບານ​ອິນ​ໂດ​ເນ​ເຊຍ​ເປັນ​ຂໍ້​ກະ​ແຈ​​ທີ່​ສໍາຄັນໃນ​ການ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ການແຂ່ງຂັນ​ຢ່າງ​ໄວວາ.ຖ້າ​ເປັນ​ໄປ​ຄື​ແນວ​ນີ້​ເປັນ​ເວລາ​ຍາວ​ນານ,ອິນ​ໂດ​ເນ​ເຊຍ​ຈະສາມາດ​ສືບຕໍ່ຮັກສາ​​ອັດຕາການ​ເຕີບ​ໂຕ​ເສດຖະກິ​ດທີ່ສູງ​​ໃນອີກ10ປີຕໍ່ໜ້າ.ທ່ານ​ສະ​ວາກ,ນັກຄົ້ນ​ຄວ້າ​ຂອງ​ສູນ​ຄົ້ນ​ຄວ້າ​ເສດຖະກິດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,ຄວາມ​ສາມາດການ​ແຂ່ງຂັນ​​ໃນ​ໂລກ​ຂອງ​ອິນ​​ໂດ​ເນ​ເຊຍ​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນຍ້ອນ​ວ່າການ​ກໍ່ສ້າ​ງພື້ນຖານ​ໂຄງ​ລ່າງ,ການ​ຄຸ້ມ​ຄອງ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ແລະ​ການກໍ່​ສ້າງ​ອົງການລັດ​ໄດ້​ຮັບ​ການ​ປັບປຸງ​ໃຫ້ດີ​ຂຶ້ນ.