ເຈົ້າໜ້າ​ທີ່ຢູ​ເນັສ​ໂກ ກ່າວ​ວ່າ ຈີນ​ແລະ​ອາ​ຊຽນສາມາດ​ຮ່ວມ​ກັນ​ຮ້ອງ​ຂໍ​​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ມໍລະດົກ​ວັດທະນະທຳ​ບໍ່​ແມ່ນ​ວັດຖຸ​

(GMT+08:00) 2013-09-12 14:33:32     cri

ຕາມ​ຂ່າວສານ​ຊິນ​ຮວາ: ​​ໃນ​ຊຸມ​ປີຜ່ານມາ​ນີ້, ອົງການ​ຢູ​ເນັສ​ໂກ ສະຫະ​ປະຊາ​ຊາດ ​ໄດ້​ເພີ່ມ​ຄວາມ​ເຂັ້ມງວດ​ຢ່າງ​ບໍ່​ຢຸດ​ຢັ້ງໃນ​ວຽກ​ງານ​ການ​ຮ້ອງ​ຂໍ​​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ມໍລະດົກ​ວັດທະນະທຳ​ບໍ່​ແມ່ນ​ວັດຖຸ​, ​ໃນ​ເວທີ​ປຶກສາ​ຫາລື​ວັດທະນະທຳ​ຈີນ-ອາ​ຊຽນ 2013 ທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 11 ກັນຍາ​ທີ່​ນະຄອນ​ໜານ​ໜິງ​ເຂດ​ກວາງ​ຊີ່​ຈີນ, ທ່ານ​ຕີມ ຄູ​ຕິ​ສ, ​ເຈົ້າໜ້າ​ທີ່​ອົງການ​ຢູ​ເນັສ​ໂກ ສປຊ ​ໄດ້​ສະ​ເໜີ​ວ່າ: ຈີນ​ແລະ​ອາ​ຊຽນທີ່​ມີ​ວັດທະນະທຳ​ຄ້າຍຄື​ກັນ ສາມາດ​ຮ່ວມ​ກັນ​ຮ້ອງ​ຂໍ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະ​ດົກ​ວັດທະນະທຳ​ບໍ່​ແມ່ນ​ວັດຖຸ​ຂອງ​ໂລກ.

​ໃນ​ຂອບ "ສົນທິສັນຍາການ​ອະນຸລັກມໍລະດົກ​ວັດທະນະທຳ​ບໍ່​ແມ່ນ​ວັດຖຸ", ຈີນ ​ແລະ 10 ປະ​ເທດ​ອາ​ຊຽນ​ໄດ້​ຕັ້ງໜ້າ​ເຂົ້າຮ່ວມ​ວຽກ​ງານ ສາກົນ​ໃນ​ການ​ອະນຸລັກ​ມໍລະດົກ​ວັດທະນະທຳ​ບໍ່​ແມ່ນ​ວັດຖຸ​ ​ເຊິ່ງລິ​ເລີ່​ມ​ໂດຍ​ອົງການ​ຢູ​ເນັສ​ໂກ ສປຊ, ​ໄດ້​ມີ 56 ລາຍການ​​ໄດ້ຮັບ​ການ​ອະນຸມັດ​ໃຫ້​ບັນຈຶກ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ມໍລະດົກ​ວັດທະນະທຳ​ບໍ່​ແມ່ນ​ວັດຖຸ​ຂອງ​ມວນ​ມະນຸດ​ຈາກອົງການ​ຢູ​ເນັສ​ໂກ ຕາມໆ​ກັນ.