ສະຫະພັນແມ່ຍິງລາວ-ຈີນ ຮັດແໜ້ນການ​ຮ່ວມ​ມື​ສອງ​ຝ່າຍ

(GMT+08:00) 2013-09-12 16:46:38     cri

ວັນທີ 11 ກັນຍານີ້, ທ່ານນາງ ສີໃສ ລືເດດມູນສອນ, ປະທານ​ສະຫະພັນ​ແມ່ຍິງ​ລາວ ໄດ້ຕ້ອນຮັບ​ການ​ເຂົ້າຢ້ຽມຢາມ​ຂອງ ທ່ານ ນາງ ເຜີງຫົງ ພັນລະຍາຂອງທ່ານເອກອັກຄະລັດຖະທູດຈີນ ພ້ອມດ້ວຍບັນດາພັນລະຍາ​ເຈົ້າໜ້າ​ທີ່​ການ​ທູດ​ທ່ານ​ອື່ນໆຂອງຈີນປະຈຳ​ລາວ ຢູ່ສູນຝຶກອົບຮົມແມ່ຍິງລາວ ບ້ານໂພນທັນ​ເມືອງ​ໄຊ​ເຊ​ດຖານະຄອນຫຼວງວຽງ​ຈັນ.

ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພັນລະຍາທ່ານທູດ ຈີນ ພ້ອມດ້ວຍຄະນະ ທີ່ໄດ້ເຫັນຄວາມສຳຄັນ ຂອງແມ່ຍິງລາວທົ່ວປະເທດ. ການຢ້ຽມຢາມ​ໃນ​ຄັ້ງນີ້ເຖິງເປັນເວລາອັນສັ້ນ ແຕ່ກໍ່ມີຄວາມໝາຍສຳຄັນຍິ່ງ ໃນການພົວພັນແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ ລະຫວ່າງສອງປະເທດ ພວກຂ້າພະເຈົ້າຍິນດີຮ່ວມມືໃນຂັ້ນຕໍ່ໄປ ເພື່ອເປັນ ການຮັດແໜ້ນສາຍພົວພັນສອງຊາດ ລາວ-ຈີນ ໂດຍສະເພາະລະຫວ່າງສະຫະພັນແມ່ຍິງລາວ-ຈີນ ໃຫ້ນັບມື້ດີຂື້ນເທື່ອລະກ້າວ.

ໃນໂອກາດນີ້, ທ່ານ ນາງ ເຜີງຫົງ ໄດ້ກ່າວສະແດງຄວາມຂອບອົບຂອບໃຈຢ່າງຍິ່ງຕໍ່ສະຫະພັນແມ່ຍິງລາວທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ທ່ານກ່າວວ່າ: ການຢ້ຽມຢາມຄັ້ງນີ້ ເປັນ ການຮ່ວມເພື່ອເປັນຕົວແທນຂອງແມ່ຍິງຈີນ ມາປະຕິບັດໜ້າທີ່ເປັນຂົວຕໍ່ລະຫວ່າງສອງປະເທດ ແລະ ຍິນດີທີ່ຈະເສີມສ້າງສາຍພົວພັນລະຫວ່າງສອງປະເທດໃຫ້ດີຂື້ນ.

ຈາກນັ້ນ, ທ່ານ ນາງ ເຜີງຫົງ ພ້ອມດ້ວຍຄະນະ ໄດ້ຢ້ຽມຊົມສູນຝືກສີມືແຮງງານຕັດ ຫຍິບ, ປຸງແຕ່ງອາຫານ ແລະ ເສີມຄວາມງາມ ຂອງບັນດາເອື້ອຍນ້ອງແມ່ຍິງລາວພາຍໃນສູນດັ່ງກ່າວ ແລະ ໄປຢ້ຽມຊົມຫັດຖະກຳຕໍ່າສິ້ນໄໝຂອງບັນດາເອື້ອຍນ້ອງແມ່ຍິງລາວຢູ່ບ້ານນາ ສ້າງເຫຼັກ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອີກດ້ວຍ.