ການ​ພັດທະນາ​ຂອງ​ຈີນ​ຕ້ອງ​ອາ​ໄສ​ການ​ປະຕິ​ຮູບ​ແຕ່​ກໍ່ປາສະຈາກ​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ​ບໍ່​ໄດ້

(GMT+08:00) 2013-09-12 16:12:39     cri
ຕາມ​ຂ່າວCRI:ວັນ​ທີ11ກັນຍາ​ນີ້, ທ່ານ​ຫຼີ​ເຄີ້ສຽງ​, ນາຍົກລັດຖະມົນຕີຈີນ​ໄດ້ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​​ໄຂກອງ​ປະຊຸມເວທີ​ປຶກສາ​ຫາລື​ດາວ​ອສ໌ລະດູ​ຮ້ອນ​ປີ2013ຢູ່​ນະຄອນ​ຕ້າ​ລຽນ​ຂອງ​ຈີນ​​ໂດຍ​ກ່າວ​ວ່າ, ການ​ພັດທະນາ​ຂອງ​ຈີນ​ຕ້ອງ​ອ​າ​ໄສ​ການປະຕິ​ຮູບ, ​ແຕ່ກໍ​ປາສະຈາກ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ບໍ່​ໄດ້. ຕ້ອງຍຶດໝັ້ນ​ຊຸກຍູ້ການ​ປະຕິ​ຮູບ​ແລະ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ສຸມ​ກຳລັງ​ໃນ​ການ​ກະ​ຕຸ້ນພະລັງ​ຊີວິດ​ຂອງ​ຕະຫຼາດໜຶ່ງ.

 ທ່ານ​ຫຼີ​ເຄີ້ສຽງ​ກ່າວ​ວ່າ, ການ​ປະຕິ​ຮູບ​​ແລະ​ການປະດິດ​ສ້າງ​ແມ່ນກຳລັງ​ທີ່​ບໍ່​ສຸດ​ສ້ຽງ​ແຫ່ງການ​ພັດທະນາ​ຂອງ​ປະ​ເທດໜຶ່ງ. ​ເລື່ອງ​ທຳ​ອິດ​ທີ່​ລັດຖະບານ​ຊຸດ​ນີ້​​ໄດ້​ເຮັດ​, ກໍ​ແມ່ນ​ຖື​ການຫັນ​ປ່ຽນພາລະ​ບົດບາດ​ຂອງ​ລັດຖະບານ​ເປັນ​​ໃຈກາງ, ອອກ​​ແຮງ​ຊຸກຍູ້ການ​ປະຕິ​ຮູບ​ຂອງລະບົບຄຸ້ມ​ຄອງ​​ການ​ບໍລິຫານ.

ທ່ານ​ຫຼີ​ເຄີ້ສຽງ​ໄດ້​ຊີ້​ອອກ​ວ່າ, ການ​ພັດທະນາ​ຂອງ​ຈີນ​ຕ້ອງ​ອາ​ໄສ​ການ​ປະຕິ​ຮູບ, ກໍປາສະຈາກ​ການ​​ເປີດ​ປະຕູ​ສູ່​ພາຍ​ນອກ​ບໍ່​ໄດ້. ພວກ​ຂ້າພະ​ເຈົ້າ​ຊອກຄົ້ນ​ເສັ້ນທາງ​ໃໝ່​ຂອງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໃນ6​ເດືອນ​ຕົ້ນ​ປີ​ນີ້​ ​ໄດ້​ເຊັນ​ສັນຍາ​ການ​ຄ້າ​ເສລີກັບສະ​ວິສ​ແລະອິດສລັງ, ຫວ່າງ​ມໍ່ໆ​ນີ້ໄດ້​ປຶກສາ​ຫາລື​​ກັບ​ຜູ້ນຳ​​ອາ​ຊຽນ​ກ່ຽວ​ກັບ​ການ​ຍົກ​ລະດັບ​​ເ​ຂດການ​ຄ້າ​​ເສລີ​ຈີນ-ອາ​ຊຽນ. ສ້າງ​ເຂດ​ທົດ​ລອງ​ການ​ຄ້າ​ເສລີ​ຢູ່​ນະຄອນ​ຊຽງ​ໄຮ. ພວກ​ຂ້າພະ​​ເຈົ້າ​ຍັງ​​ໄດ້​ນຳ​ອອກ​ໃຊ້​ມາດ​ຕະການ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ສ້າງຄວາມ​ສະດວກ​ຫຼາຍ​ກວ່າ​ເກົ່າ​ໃຫ້ແກ່​ການ​ຄ້າ​ກັບຕ່າງປະ​ເທດ​ແລະ​ອື່ນໆ​ເພື່ອ​ຊຸກຍູ້​ໃຫ້​ການ​ຄ້າຂາ​ເຂົ້າຂາ​ອອກ​ໄດ້​ມີ​ການ​ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ.