ຄະນະ​ລັດ​ຖະບານ​ຈີນ​ໄດ້​​ເປີດ​ເຜີຍ​ແຜນການ​ເຄື່ອນ​​ໄຫວ​ປ້ອງ​ກັນ​ແລະ​ຄຸ້ມຄອງມົນ​ລະ​ພິ​ດທາງ​ອາກາດ​ເຊິ່ງມີ10ມາ​ດຕະການ​ເພື່ອ​ຊຸກຍູ້​ການ​ປັບປຸງ​ຄຸນ​ນະພາ​ບຂອງ​ອາກາດ

(GMT+08:00) 2013-09-12 15:28:34     cri

​ເມື່ອ​ບໍ່​ດົນ​ມາ​ນີ້,ຄະນະ​ລັດ​ຖະບານ​ຈີນ​ໄດ້​​ເປີດ​ເຜີຍ​ແຜນການ​ເຄື່ອນ​​ໄຫວ​ປ້ອງ​ກັນ​​ແລະ​ຄວບ​ຄຸມມົນ​ລະ​ພິ​ດທາງ​ອາກາດ​​ເຊິ່ງ​ເປັນ​ການ​ຊີ້​ນໍາ​ການ​​ເຄື່ອນ​ໄຫວ​ຂອງ​ວຽກ​ງານປ້ອງ​ກັນ​ແລະ​ຄຸ້ມຄອງມົນ​ລະ​ພິ​ດທາງ​ອາກາດ​ທົ່ວ​ປະ​ເທດ​ຈີນ​​ໃນປະຈຸ​ບັນ​ແລະ​​​ໃນ​ອະນາຄົດ.

ແຜ​ນການ​ເຄື່ອນ​ໄຫວ​ຈະ​ດໍາ​ເນີນ​ການ​ຄວບ​ຄຸມ​ທີ່​ແບ່ງ​ເຂດ​ແຄວ້ນ​​ແລະ​ຂັ້ນ​ຕອນ​ບົນ​ຫລັກການ​ຜູ້​ໃດ​ສ້າງມົນ​ລະ​ພິດ,ຜູ້ນ​ນັ້ນ​ຕ້ອງ​ຮັບຜິດຊອບ;ຜູ້​ທີ່ປ່ອຍ​ສາ​ນພິດ​ຫລາຍ​ຈະ​ມີ​ຄວາມ​ຮັບຜິ​ດຊອບ​ຫາບງອະນາຄົດຫລາຍ;ການ​ປະຢັດ​ພະລັງງານ​​ແລະ​ຫລຸດ​ຈໍານວນ​ການ​ປ່ອຍ​ມົນ​ລະ​ພິດອອກ​ຈະ​ໄດ້ຮັບ​ການ​​ໃຊ້​ແທນຄືນ.

ແຜ​ນການ​ເຄື່ອນ​ໄຫວ​​ໄດ້​ສະ​ເໜີ​ວ່າ,ພາຍ​​​ໃຕ້​ຄວາມ​ພະຍາຍາ​​ມ​ເປັນ​ເວລາ5ປີ,​ໄດ້​ເຮັດ​​ໃຫ້​ຄຸນ​ນະພາ​ບອາກາດ​ທົ່ວ​ປະ​ເທດ​ຈີນ​ໄດ້​ຮັບ​ການ​ປັບປຸງ​ໂດຍ​ລວມ,ອ​າກາດ​ທີ່​ມີ​ມົນ​ລະ​ພິດ​ຮ້າຍ​ແຮ​ງ​ໄດ້​ຫລຸດ​ລົງ​ເປັນ​ຈໍານວນ​ຫລາຍ;ຄຸນ​ນະພາ​ບອາກາດ​ຂອງນະຄອນຫລວງ​​ປັກ​ກິ່ງ,ນະຄອນ​ທ່ຽນ​ຈີ່ນ,​ແຂວງ​ເຫີ​ເປ,​ເຂດ​ສາມຫລ່ຽມ​​ແມ່​ນໍ້າ​ຢາງ​ຊີກ​ກຽງ,​ເຂດ​ສາມ​ຫລ່ຽມ​​ແມ່​ນໍ້າ​ຈູ່ຈ່ຽງ​ແລະ​ບ່ອນອື່ນໆ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຊັດ​ເຈນ.​ພະຍາຍາມ​​ຫລຸດຜ່ອນອາກາດ​ມົນ​ລະ​ພິດ​ທີ່​ຮ້າຍ​ແຮງ​ລົງເທື່ອ​ລະ​ກ້າວ​ເພື່ອ​ເຮັດ​​ໃຫ້​ຄຸນ​ນະພາ​ບຂອງ​ອາກາດ​ທົ່ວ​ປະ​ເທດ​ຈີນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​​ຢ່າງ​ຊັດ​ເຈນ​ໃນ​​ເວລາ5ປີ​ຫລື​ຫລາຍ​ກວ່າ​ນັ້ນ.