ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຈັດ​ຂຶ້ນ​ຢູ່ບິ​ສ​ເຄັກ, ທ່ານ​ສີ​ຈິ້ນ​ຜີ​ງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ

(GMT+08:00) 2013-09-13 15:45:15     cri
ວັນ​ທີ 13 ກັນຍາ​ນີ້, ກອງ​ປະຊຸມ​ຄັ້ງ​ທີ 13 ຂອງສະພາ​ມົນຕີ​ປະມຸກ​ລັດ​ຂອງ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບິ​ສ​ເຄັກ​ຂອງ​ກຽກກິດ​ສະຖານ,ໂດຍ ທ່ານ​ອາ​ມັສ​ເບັກ ອາ​ຕາມ​ບາ​ເຢັຟ, ປະທານາທິບໍດີ​ກຽກກິດ​ສະຖານ​ເປັນ​ປະທານ​ຈັດ​ກອງ​ປະຊຸມ. ຫົວ​ຂໍ້​ຕົ້ນຕໍ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ເທື່ອ​ນີ້​ແມ່ນ​ຄົ້ນຄວ້າ​ແລະ​ຈັດ​ວາງ​ມາດຕະການ​ທີ່​​ເຮັດ​ໃຫ້ການພົວພັນ​ການ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງທີ່​ດີ​ຕໍ່​ກັນ​ລະຫວ່າງ​ປະ​ເທດ​ສະມາຊິກລົງສູ່​ລວງ​ເລິກ​ຕື່ມ​ອີກ, ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ສຳຄັນ​ແລະປະສານ​ງານຫຼັກ​ໝັ້ນ​ຂອງ​ປະ​ເທດ​ຕ່າງໆ.​

ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳຄັນ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ, ​ໄດ້​ບັນ​ລະ​ຍາຍ​ຈຸດ​ຢືນ​ຂອງ​ຈີນ​ກ່ຽວ​ກັບ​ການ​ລົງ​ເລິ​ກການ​ພົວພັນ​ມິດຕະພາບ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງທີ່​ດີ​ຕໍ່​ກັນ​ລະຫວ່າງ​ປະ​ເທດ​ສະມາຊິກຕື່ມ​ອີກ​ແລະ​ການຮ່ວມ​ມື​ຢ່າງ​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ.