38 ປະ​ເ​ທດທີ່ກຳລັງ​ພັດທະນາ​ສົ່ງ​ເຈົ້າໜ້າ​ທີ່​ມາ​ຈີນ​ເພື່ອ​ສະ​ແຫວ​ງຫາ​ການ​ຮ່ວມ​ມື​ດ້ານ​ກະສິກຳ

(GMT+08:00) 2013-09-13 15:54:15     cri

ວັນ​ທີ 12 ກັນຍາ​ນີ້, ມີ​ເຈົ້າໜ້າ​ທີ່ດ້ານ​ກະສິກຳ 100 ກວ່າ​ທ່ານ​ຈາກ 38 ປະ​ເທດ​ທີ່​ກຳລັງ​ພັດທະນາ​ໄດ້​​ເດີນທາງ​ມາ​ຮອດ​ນະຄອນ​ສາງ​ຊ່າ ​ເທດສະ ບານແຂວງ​ຫູ​ໜານຈີນ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ການ​ຮ່ວມ​ມື​ສາກົນ​ສະຫະພັນ​ຂະ​ແໜງ​ກະສິກຳ​ຫູ​ໜານ, ​ໂດຍ​ຫວັງ​ວ່າ​ຈະ​ສາມາດ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ກະສິກຳ​ກັບ​ຈີນຢ່າງຮອບດ້ານ ​ໂດຍ​ຜ່ານ​ການ​ແລກປ່ຽນຂໍ້​ມູນ​ຂ່າວສານ​, ການ​ສຶກສາຄົ້ນຄວ້າ​ຮ່ວມ​ກັນ ​ແລະ​ແລກປ່ຽນ​ດ້ານເຕັກ​ໂນ​ໂລຊີເຊິ່ງກັນ​ແລະ​ກັນ.

ທ່ານ​ໂຮ​ເຊ ປາ​ເຊ​ໂຄ, ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​​ໂມຊຳ​ບິ​ກ ກ່າວ​ວ່າ, ຫວັງ​ວ່າ​ຈະ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຜະລິດ​ຕະພັນ​ກະສິກຳ ​ເປັນຕົ້ນ​ແມ່ນ​ໝາກ​ຖົ່ວ​ເຫຼືອງ​ແລະ​ກ້ວຍ​ເປັນຕົ້ນ, ​ແລະ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ການຄົ້ນຄວ້າ​ເຕັກ​ໂນ​ໂລ​ຊີ​ດ້ານ​​ເຂົ້າພັນປະສົມ​. ​ເຈົ້າໜ້າ​ທີ່​ກະຊວງ​ອຸດສາຫະກຳ​ການ​ຄ້າ​ລີ​ເບຣີ ກ່າວ​ວ່າ: ຫວັງ​ວ່າ​ຈະ​​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ຈີນ​ດ້ານ​ເຕັກ​ໂນ​ໂລ​ຊີ​ກະສິກຳ​ທີ່​ກ້າວໜ້າ​ເພື່ອ​​ເພີ່ມ​ພູນ​ຜະລິດຜົນ​ດ້ານ​ກະສິກຳ​ແລະ​ຍົກ​ລະດັບ​ລາຍ​ຮັບ​ຂອງ​ຊາວ​ກະສິກອນ​ໃຫ້​ສູງ​ຂຶ້ນ.

ຕາມ​ຕົວ​ເລກ​ຂໍ້​ມູນ​ສະຖິຕິ​ຂອງກະຊວງ​ການ​ຄ້າ​ຈີນ, ນັບ​ມາ​ຮອດ​ປັດຈຸບັນ, ຈີນ​ໄດ້​ສົ່ງ​ຜູ້​ຊ່ຽວຊານ​ດ້ານ​ກະສິກຳ​ແລະ​ນັກວິຊາການ​ດ້ານ​ເຕັກ​ໂນ​ໂລ​ຊີ​ເກືອບ​ພັນ​ຄົນ​ໄປ​ປະ​ເທດ​ທີ່​ກຳລັງ​ພັດທະນາ​ຂອງ​ອາຊີ, ອາ​ຟຣິກາ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ, ​ໄດ້​ສ້າງ​ສູນ​ອົບຮົມ​ດ້ານ​ເຕັກ​ໂນ​ໂລ​ຊີ​ກະສິກຳຫຼາຍ​ແຫ່ງ, ນັບ​ລວມ​ແລ້ວ ​ໄດ້​ອົບຮົມວິຊາ​ການ​ດ້ານ​ກະສິກຳ​ຈຳນວນ​ເກືອບ 1 ໝື່ນ 6000 ຄົນ​ໃຫ້​ແກ່​ປະ​ເທດ​ທີ່ກຳລັງ​ພັດທະ ນາ.