ການ​ຄ້າຂ້າມ​​ແດນ​ໂດຍ​ຜ່ານ​ທາງ​ເອ​ເລັກ​ໂຕຣນິກຂອງ​ຈີນ​ໃນ​ປີ​ນີ້​ຈະ​ເພີ່ມ​ຂຶ້ນ 30%

(GMT+08:00) 2013-09-13 16:31:11     cri

ວັນ​ທີ 12 ກັນຍາ​ນີ້ ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ຈ່າງ​ຕ້າ​ໝິງ, ຮອງ​ຫົວໜ້າ​ສູນ​ການ​ຄ້າ​ເອ​ເລັກ​ໂຕຣນິກສາກົນ​ຈີນ ກ່າວ​ວ່າ: ​ໃນ​ຊຸມ​ປີຜ່ານມາ​ນີ້, ການ​ຄ້າ​ຂ້າມ​ແດນ​ໂດຍ​ຜ່ານທາງ​ເອ​ເລັກ​ໂຕຣນິກຂອງ​ຈີນ ​ໄດ້​ມີ​ການພັດທະນາຢ່າງ​ວ່ອງ​ໄວ, ​ເຊິ່ງມູນ​ຄ່າການ​ຄ້າ​ປີ 2012 ​ໄດ້ບັນລຸ​ເຖິງ 15 ຕື້​ໂດ​ລາ​ສະຫະລັດ, ສະ​ເພາະ​ໃນ​ປີ​ນີ້, ການ​ຄ້າ​ຂ້າມ​ແດນ​ໂດຍ​ຜ່ານ​ທາງ​ເອ​ເລັກ​ໂຕຣນິກຂອງ​ຈີນ​ຈະ​ສືບ​ຕໍ່​ຂະຫຍາ​ຍຕົວ​ກວ້າງ​ອອກ, ​ເຊິ່ງຄາດ​ວ່າຈະ​ເພີ່ມ​ຂຶ້ນຢູ່​ລະຫວ່າງ 30% ​ເມື່ອ​ທຽບ​ກັບ​ປີຜ່ານ​ມາ.ທ່ານ​ຈ່າງ​ຕ້າ​ໝິງ ກ່າວ​ຕື່ມ​ວ່າ: ການ​ຄ້າ​ທາງ​ເອ​ເລັກ​ໂຕຣນິກ ປະສົມ​ປະສານ​ກັນ​ກັບ​ການ​ຄ້າ​ສາກົນ, ພວມ​ກາຍ​ເປັນ​ພະລັງ​ຊຸກຍູ້​ໃໝ່​ແຫ່ງ​ການ​ພັດທະນາ​ການ​ຄ້າ​ສາກົນ.

ການ​ພັດທະນາ​ການ​ຄ້າ​ທາງ​ເອ​ເລັກ​ໂຕຣນິກ ຕ້ອງ​ມີ​ສະພາບ​ແວດ​ລ້ອມ​ດ້ານ​ການ​ບໍລິການ​ທີ່​ດີ​ເພື່ອ​ອຳນວຍ​ຄວາມ​ສະດວກ​ແກ່​ການ​ຄ້າ. ທ່ານ​ຈ່າງ​ຕ້າ​ໝິງ ​ໄດ້ສະ​ເໜີວ່າ: ​ໃນ​ການ​ຊຸກ​ຍູ້ຂະ​ບວນການ​ພັດທະນາ​ການ​ຄ້າ​ຂ້າມ​ແດນ​ໂດຍ​ຜ່ານ​ທາງ​ເອ​ເລັກ​ໂຕຣນິກ​ໃນ​ອະນາຄົດ, ຕ້ອງ​ປັບປຸງ​ນະ​ໂຍບາຍ​ແລະ​ກົດ​ລະບຽບ​ທີ່​ກ່ຽວຂ້ອງ​ໃຫ້​ສົມບູນ ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ການ​ຄ້າ​ທີ່​ໜ້າເຊື່ອ​ຖື​ໄດ້; ​ເພີ່ມ​ທະວີ​ກົນ​ໄກ​ການ​ຮ່ວມ​ມື​ລະຫວ່າງ​ພາກສ່ວນ​ລັດຖະບານ, ຮັບປະກັນ​ໃຫ້​ນະ​ໂຍບາຍ, ກົດ​ລະບຽບ ​ແລະ ມາດຕະຖານ​ທີ່​ກ່ຽວຂ້ອງ​ດ້ານ​ການ​ຄ້າ​ທາງ​ເອ​ເລັກ​ໂຕຣນິກ ​ເປັນ​ເອກະ​ພາບ​ກັນ​ແລະ​ດຳ​ເນີນ​ໄປ​ຢ່າງ​ຕໍ່ເນື່ອງ; ລັດຖະບານ​ຄວນ​ສ້າງ​ກົນ​ໄກ​ແລກປ່ຽນ​ເປັນ​ປົກກະຕິ​ກັບ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ, ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຈາກ​ວິ​ສາຫະກິດຢ່າງ​ກວ້າງຂວາງ.