ຮອງຫົວໜ້າກອງ​​ເສນາ​ທິການ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ກ່າວ​ວ່າ ຫວັງ​ວ່າ​ອາ​ເມ​ລິ​ກາຈະ​ບໍ່​ສົ່ງ​ສັນຍານ​ອັນ​ຜິດພາດ​ໃນ​ບັນຫາ​​ເກາະ​ຕ້ຽວ​ອີ​ແລະ​ທະ​ເລ​ຈີນ​ໃຕ້

(GMT+08:00) 2013-09-13 17:04:12     cri

ວັນ​ທີ 13 ກັນຍາ​ນີ້, ​ຢູ່​ໃນ​ເວັບ​ໄຊຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​ເປີດ​ເຜີຍ​ລາຍລະອຽດ​ກ່ຽວ​ກັບ​ການ​ປຶກສາ​ຫາລື​ດ້ານ​ການ​ປ້ອງ​ກັນ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ເມ​ລິ​ກາ​ຄັ້ງທີ 14 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້.

ພົນ​ໂທວາງ​ກ້ວນ​ຈົ່ງ, ຮອງ​ຫົວໜ້າ​ກອງ​ເສນາ​ທິການ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ ກ່າວ​ວ່າ: ກອງທັບ​ຈີນ​ຈະ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ດ້ານ​ອະທິປະ​ໄຕ​ແຫ່ງ​ຊາດ, ​ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ພ້ອມ​ທັງ​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ທະ​ເລ​ຂອງ​ຈີນ​ຢ່າງ​ເດັດດ່ຽວ​​ແລະ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ​ໃນ​ການແກ້​ໄຂ​ບັນຫາ, ​ຈີນ​ໄດ້​ວາງ​ນະ​ໂຍບາຍ​ແລະ​ມາດ​ຕະການ​ທີ່​ກ່ຽວຂ້ອງ ​ໂດຍໃຊ້​ທ່າ​ທີ​ອົດ​ທົນ ​ແລະ ຖືສຳຄັນ​ໃນ​ການປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ໂດຍ​ຕະຫຼອດ. ອາ​ເມ​ລິ​ກາ​ຄວນ​ຮັກສາ​ຈຸດ​ຢືນ​ແລະ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນສະ​ເໝີ​ປາຍ, ບໍ່​ຄວນ​ສົ່ງ​ສັນຍານ​ອັນ​ຜິດພາດ​ຕໍ່​ພາຍ​ນອກ, ສະໜັບສະໜູນ​ແລະ​ຍຸຍົງ​ໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ເຮັດ​ຕາມ​ລຳພັງ​ໃຈ. ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ພິຈາລະນາ​ເຖິງພາ​ກສ່ວນ​ໃຫຍ່​ຂອງ​ການພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ, ​ແກ້​ໄຂ​ບັນຫາ​ຢ່າງ​ເໝາະ​ສົມ, ຫຼີກ​ເວັ້ນບໍ່​ໃຫ້​ມີ​ການກະທົບກະ​ເທືອ​ນ​ເຖິງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ.

ຝ່າຍ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຢ້ຳ​ເຖິງນະ​ໂຍບາຍ​ແລະຈຸດ​ຢືນຂອງ​ອາ​ເມ​ລິ​ກາ​ໃນ​ບັນຫາ​ກ່ຽວ​ກັບ​ອະທິປະ​ໄຕ​ເໜືອ​ດິນ​​ແດນທີ່​ມີ​ຄວາມ​ຂັດ​ແຍ້​ງກັນ, ​ໂດຍຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ຈົ່ງ​ໃຊ້​ທ່າ​ທີ​ອົດທົນ, ສະໜັບສະໜູນ​ຈີນ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງດ້ານ​ດິນ​ແດນ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງປະ​ເທດ.