ຈີນ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຄັ້ງ​ທຳ​ອິດ​ຕາມ​ກົ​ນ​ໄກ​ກອງ​ປະຊຸມ​ເປີດ​ກວ້າງລະດັບ ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ ຕັ້ງໜ້າ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ສາກົນ

(GMT+08:00) 2013-09-13 10:38:19     cri
ຕາມກຂ່າວCRI: ວັນ​ທີ12ກັນຍາ​ນີ້, ການ​ຊ້ອມ​ຮົບ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຄັ້ງ​ທຳ​ອິດ​ຕາມກົນ​ໄກ​ກອງ​ປະຊຸມ​ເປີດ​ກວ້າງລະດັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນສືບ​ຕໍ່​ຈັດ​ຂຶ້ນ​ຢູ່​ເມືອງ​ໂບ​ໂກ​ຂອງ​ອິນ​ໂດ​ເນ​ເຊຍ. ຈີນ​ໄດ້​ສົ່ງ​​ເຈົ້າ​ໜ້າ​ທີ່​ທະຫານ18ຄົນທີ່ມາ​ຈາກ​ກົມ​ໃຫຍ່​ເສນາ​ທິການສູງ​ສຸດ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນແລະ​ພາກທະຫານ​​​ຈີ​ນານ​ເຂົ້າ​ຮ່ວມ​ການຊ້ອມ​ຮົບ​ໃນ​ຄັ້ງ​ນີ້. ຈີນ​ກ່າວ​ວ່າ, ການ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ຕ້ອງການ​ປະ​ເທດ​ຕ່າງໆ​ຮ່ວມ​ມື​ກັນ, ຈີນ​ຈະ​ສືບ​ຕໍ່ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ໃນ​ການ​ຕໍ່ຕ້ານກາ​ນກໍ່​ການ​ຮ້າຍຕາມ​ກົນ​ໄກ​ກອງ​ປະຊຸມ​ເປີດ​ກວ້າງລະດັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນຢ່າງ​ຕັ້ງໜ້າ, ຮ່ວມ​ກັນ​ກັບ​ບັນດາ​ປະ​ເທດ​ເພື່ອ​ປົກປ້ອງ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້.


ທ່ານ​ອາ​ກູ​ສ ຊູ​ໂທ​ໂມ, ຜູ້​ບັນຊາ​ການ​ສູງ​ສຸດຂອງ​ການ​ຊ້ອມ​ຮົບ​ການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຄັ້ງ​ນີ້, ຜູ້​ບັນຊາ​ການ​ຂອງ​ກອງທັບພິ​ເສດ​ອິນ​ໂດ​ເນ​ເຊຍກ່າວ​ວ່າ, ການ​ປະສານ​ງານ​ຢ່າງ​ຮອບດ້ານ​ຂອງ​ຈີນ​ກໍ່​ໄດ້​ຍົກ​ສູງ​ລະດັບ​ການ​ຮ່ວມ​ມື​ຂອງ​ການ​ຊ້ອມ​ຮົບ​ຄັ້ງ​ນີ້, ​ໃນ​ຖານະ​ເປັນ​ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ການ​ຊ້ອມ​ຮົບ​ຄັ້ງ​ນີ້, ທ່ານ​ມີ​ຄວາມ​ພໍ​ໃຈ​ຫຼາຍ​ຕໍ່​ການ​ຮ່ວມ​ມື​ຂອງ​ຈີນ.