ລັດຖະມົນຕີ​ການ​ຕ່າງປ​ະ​ເທດ​ມາ​ເລ​ເຊຍ​ກ່າວ​ວ່າ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດ​ໄດ້​ຊຸກຍູ້​ກາ​ນພັດທະນາ​ຂອງການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊຽນ

(GMT+08:00) 2013-09-13 11:23:31     cri

ເມື່ອ​ບໍ່​ດົນ​ມານີ້,ທ່ານ​ດາ​​ໂຕ ອາ​ນີຟາ ບິນ ຮາ​ຈີ ອາ​ມານ,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍກ່າວ​ວ່າ,ກາ​ນພົວພັນ​ລະຫວ່າງ​ຈີນ​ແລະ​ອາຊຽນ​ໄດ້​​ມີ​ພື້ນຖານ​ທີ່​ໜັກ​ແໜ້ນ,ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດ​ຂອງ​ສອງ​ຝ່າຍໄດ້​ຊຸກຍູ້​ກາ​ນພັດທະນາ​ຂອງການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊຽນຕື່ມ​ອີກ.

ທ່ານອາ​ນີຟາ​ກ່າວຕື່​ມ​ວ່າ,ຄາດ​ວ່າ​ໃນ​ອະນາຄົດ,ຈີນ​ຈະ​ສືບຕໍ່​ເປັນ​ຄູ່ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ອາຊຽນ.ກາ​ນສືບຕໍ່ພັດທະນາການ​ພົວພັນ​ສອງ​ຝ່າຍ​ກັບ​ຈີນ​ເປັນ​ຂໍ້​ກະ​​ແຈ​ທີ່​ສໍາຄັນ​ຕໍ່​ອາຊຽນ.ພ້ອມ​ນັ້ນ,ທ່ານ​ຍັງ​ໄດ້​ກ່າວ​ວ່າ,ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ແລະ​ການ​ຮ່ວມ​ມື​ທີ່​ມີ​ລັກພາລະ​ໜ້າ​ທີ່​ລະຫວ່າງ​ຈີນ​ກັບ​ອາຊຽນຈະ​ສືບຕໍ່ມີທ່າ​ອ່ຽງຂະຫຍາຍຕົວທີ່​ດີ.

ທ່ານອາ​ນີຟາ​ເຫັນ​ວ່າ,​ໃນບັນດາ​ຄູ່​​ເຈລະຈາ​ທັງ​ໝົດຂອງ​ອາຊຽນ,ການ​ຮ່ວມ​ມື​ທີ່​ມີ​ລັກສະນະ​ພາລະ​ໜ້າ​ທີ່ລະຫວ່າງ​ຈີນ​ແລະ​ອາຊຽນອາດ​ຈະ​ແມ່ນ​ຕັ້ງໜ້າ​ທີ່​ສຸດ.ຈີນ​ມີ​ຫົວ​ຄິດ​ປະດິດ​ສ້າງ​​ຫລາຍທີ່​ສຸດ​ໃນ​ດ້ານ​ການສະ​ແຫວ​ງຫາ​ຮູບ​ແບບ​​ໃໝ່​ແລະ​ຍືນ​ຍົງ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື.

ຕໍ່​ບັນຫາ​ທະ​ເລ​ຈີນ​​ໃຕ້,ທ່ານອາ​ນີຟາກ່າວ​ວ່າ,​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຄວນ​ຮັກສາ​ການ​ສົນທະນາ​ແລະ​ການ​ປຶ​ກສາ​ຫາລືກັນ,​ແກ້​ໄຂ​ຂໍ້​ຂັດ​ແຍ້​ງກ່ຽວ​ກັບ​ອະທິປະ​ໄຕ​ທາງ​ດ້ານ​ຜືນ​​ແຜ່ນດິນ,​ສິດ​ແລະ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ທະ​ເລ​ດ້ວຍ​ຄວາມ​ທຸ່ນ​ທ່ຽງ​ແລ​ະມີ​ເຫດຜົນ​ໂດ​ຍຜ່ານການ​ປຶກສາ​ຫາລື​​ແລະ​ການ​ເຈລະຈາກັນ.ພ້ອມ​ນັ້ນ,ຈີນ​ແລະ​ອາ​ຊຽນຄວນ​ສືບ​ຕໍ່ສົ່ງສັນຍານ​ທີ່​ລະອຽດໃຫ້​ແກ່​ພາຍ​ນອກ ຄື​ການ​ຮ່ວມ​ມື​ສອງ​​ຝ່າ​ນ​ແມ່ນ​ມີ​ຫລາຍ​ດ້ານ,ບໍ່​ແມ່ນ​ວ່າຕົກລົງ​ໂດຍ​ຫົວ​ຂໍ້​ອັນ​ໃດ​ອັນ​ໜຶ່ງ​ເທົ່າ​ນັ້ນ.