ຍີ່ປຸ່ນ​ຈະ​​ໃຫ້​ເງິນ​ກູ້54ຕື້​ເຢັນ​​ແກ່​ຫວຽດນາມ​ເພື່ອ​ນໍາ​ໃຊ້​​ເຂົ້າໃນ​ການກໍ່ສ້າ​ງພື້ນຖານ​ໂຄງ​ລ່າງ

(GMT+08:00) 2013-09-13 16:30:44     cri
ສໍານັກ​ຂ່າວ​ສານກຽວ​ໂຕຍີ່​ປຸ່ນລາຍ​ງານ​ຂ່າວວ່າ,ວັນ​ທີ12ກັນຍາ​ນີ້,ທ່ານ​ຟູ​ມິ​ໂອ ກິ​ຊິ​ດາ,ລັດຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປ​ະ​ເທດ​ຍີ່ປຸ່ນ​ໄດ້​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍາມາ​ທິການ​ການ​ຮ່ວມ​ມື​ຍີ່ປຸ່ນ-ຫວຽດນາມ​ຄັ້ງ​ທີ5ທີ່​ຈັດ​ຂຶ້ນ​ຢູ່​ໂຕກ​ຽວ.ທ່ານ​ຟູ​ມິ​​ໂອ​ກ່າວ​ໃນ​ກອງ​ປະຊຸມ​ວ່າ,ຍີ່ປຸ່ນ​ຈະ​​ໃຫ້ເງິນ​ກູ້ປະມານ54ຕື້​ເຢັນ​ແກ່​ຫວຽດນາມ​ເພື່ອ​ຊຸກຍູ້ການກໍ່ສ້າ​ງພື້ນຖານ​ໂຄງ​ລ່າງຂອງຫວ​ຽດນາມ.ບົດ​ລາຍ​ງານ​ຍັງ​ໄດ້​ກ່າວ​ວ່າ,ການ​ທະ​ທໍາ​ດັ່ງກ່າວຂອງລັດຖະບານ​ຍີ່ປຸ່ນ​​ມີ​ຈຸດປະສົງ​ເພື່ອ"​ກົດ​ໜ່ວງ​ຈີນ​ທີ່​ດໍາ​ເນີນການ​​ເຄື່ອນ​ໄຫ​ວດ້ານ​ທະ​ເລ​ທີ່​ນັບ​ມື້​ນັບ​ຫລາຍ​ຂຶ້ນ"​ໂດຍ​ຜ່ານ​ການສະ​ແດງ​ອອກ​ໃຫ້​ເຫັນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຍີ່ປຸ່ນ​ກັບ​ຫວຽດນາມ.ລາຍ​ງານ​ຂ່າວ​ແຈ້ງວ່າ,ທ່ານ​ຟູ​ມິ​​ໂອ​ໄດ້​ເວົ້າ​​ເຖິງ​ໂຄງການ​​ໃຫ້​ເງິນ​ກູ້​ຕ່າງໆ​ເຊັ່ນ​ໂຄງການ​ກໍ່ສ້າງ​ອາຄານ​ຜູ້​ໂດຍສານ​ສາກົນ​ຂອງ​ສະໜາມ​ບິ​ນນ໋ອຍບາຍ​​ຂອງ​ນະຄອນຫລວງ​ຮາ​ໂນ​ຍຫວຽດນາມ,​ໂຄງການຊ່ວຍ​ເຫລືອ​​ເພີ່ມ​ສໍາລັບ​ເຂື່ອນ​ໄຟຟ້າ​ນໍ້າຕົກ​ທີ່ຢູ່​ພາກ​ໃຕ້​ຂອງ​ຫວຽດນາມ​ແລະ​ອື່ນ​ໆ.ຫລັງ​ຈາ​ກນັ້ນ,ທ່ານ​ຟູ​ມີ​ໂອ​ແລະ​ທ່ານ​ຟາ​ມ​​​ບິງມິງ​ຍັງ​ໄດ້​ຈັດການ​​ເຈລະຈາ​ລະດັບ​ລັດຖະ​​ມົນຕີ​ການ​ຕ່າງປະ​ເທດ​ຢູ່​ໂຕ​ກຽວ​ເພື່ອ​ຢືນ​ຢັນ​ກາ​ນ​ເພີ່​ມທະວີ​ການພົວພັນ​ລະຫວ່າງ​ສອງ​ປ​ະ​ເທດ​ໃນ​ຂົງ​ເຂດ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ.