ຊີຣີຈະ​ກາຍ​ເປັນ​ປະ​ເທດ​ພາຄີຂອງ "ສົນທິສັນຍາ​ຫ້າມ​ອາວຸດ​ເຄມີ" ​ໃນ​ວັນ​ທີ 14 ຕຸລາ​ປີນີ້

(GMT+08:00) 2013-09-15 14:12:49     cri
ວັນ​ທີ 14 ກັນຍາ​ນີ້, ທ່ານ​ບານ​ກີ​ມຸນ, ​ເລຂາທິການ​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ອອກ​ຖະ​ແຫຼງການ​ໂດຍ​ຜ່ານ​ໂຄສົກ​ຂອງ​ທ່ານ, ​ໂດຍ​ກ່າວ​ວ່າ, ທ່ານ​ໄດ້ຮັບ​​ເອກະສານ​ເຂົ້າ​ເປັນ​ປະ​ເທດ​ພາຄີຂອງ "ສົນທິສັນຍາ​ຫ້າມ​ອາວຸດ​ເຄມີ" ​ຂອງ​ຊີຣີຢ່າງ​ເປັນ​ທາງ​ການ​ແລ້ວ, ຊີຣີຈະ​ກາຍ​ເປັນ​ປະ​ເທດ​ພາຄີ​ຂອງສົນທິສັນຍາ​ດັ່ງກ່າວ​ໃນ​ວັນ​ທີ 14 ຕຸລາປີ​ນີ້.

ຖະ​ແຫຼງການ​ກ່າວ​ວ່າ, ທ່ານ​ບານ​ກີ​ມຸນ​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ຊີຣີທີ່​ຈະ​ເຂົ້າ​ຮ່ວມ "ສົນທິສັນຍາ​ຫ້າມ​ອາວຸດ​ເຄມີ". ຕາມ​ການ​ກຳນົດ, ບໍ່​ວ່າ​ປະ​ເທດ​ໃດ​ ລ້ວນ​ແຕ່ສາມາດ​​ເຂົ້າ​ຮ່ວມ​ສົນທິສັນຍາ​ດັ່ງກ່າວ​ໃນ​ທຸກ​ເວລາ​ໄດ້, ​ເອກະສານ​ເຂົ້າ​ຮ່ວມຕ້ອງ​ມອບ​ໃຫ້​ເລຂາທິການ​ໃຫຍ່​ອົງການສະຫະ​ປະຊາ​ຊາດ​ ​ແລະ​ໃຫ້​​ເພິ່ນ​ຮັກສາ​ໄວ້. ​ຫຼັງຈາກ​ເອກະສານ​ມອບ​ໃຫ້ຮັກສາ​ໄວ້​ເປັນ​ເວລາ 30 ວັນ​ແລ້ວ​ຈະ​ມີ​ຜົນບັງຄັບ​ໃຊ້.
"ສົນທິສັນຍາ​ຫ້າມ​ອາວຸດ​ເຄມີ" ​ເລີ່​ມມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 29 ​ເມສາ​ 1997, ​ເນື້ອ​ໃນ​ໃຈກາງ​ແມ່ນທຳລາຍ​ອາວຸດ​ເຄມີ​ແລະ​ສິ່ງ​ກໍ່ສ້າງ​ທີ່​ກ່ຽວຂ້ອງຢູ່​ທົ່ວ​ໂລກ​ຢ່າງ​ເຖິງ​ຖອງໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. "ອົງການ​ຫ້າມ​ອາວຸດ​ເຄມີ" ມີ​ຈຸດປະສົງ​ເພື່ອ​ບັນລຸ​ເປົ້າໝາຍຂອງ "ສົນທິສັນຍາ​ຫ້າມ​ອາວຸດ​ເຄມີ", ມີ​ສຳນັກງານ​ໃຫຍ່​ຕັ້ງ​ຢູ່ນະຄອນ​ລາ​ໄຮ​ຂອງ​ໂຮ​ນລັງ, ປະຈຸ​ບັນ, ມີ​ປະ​ເທດ​ພາຄີ 189 ປະ​ເທດ.​