ຈີນຕັ້ງໜ້າຄົ້ນຄວ້າ​ເພື່ອຊຸກຍູ້ຍຸດທະສາດການພັດທະນາຕົວເມືອງແບບກາກບອນຕ່ຳ

(GMT+08:00) 2013-09-16 16:54:58     cri

ເວທີປຶກສາຫາລືຕົວເມືອງຊີວະພາບສາກົນແຄມທະເລນະຄອນທຽນສິນຈີນຄັ້ງທີ 4 ໄດ້ໄຂຂຶ້ນໃນວັນທີ 15 ກັນຍານີ້, ທ່ານຊຸນເຈິ່ນ, ຮອງຫົວໜ້າກົມຮັບມືການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຄະນະ​ກຳມະການ​ກາ​ພັດທະນາ​ແລະ​ການ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ ກ່າວ​ວ່າ: ຈີນ​ພວມ​ພະຍາຍາມ​ສ້າງ​ຕະຫຼາດກາກ​ບອນ​ລັກສະນະ​ທົ່ວ​ປະ​ເທດ ​ໂດຍ​ອີງ​ໃສ່​ນິຕິບັນຍັດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເພື່ອ​ຊຸກ​ຍູ້​ໃຫ້​ກາຍ​ເປັນ​ລະບຽບ​ການ​ຄຸ້ມ​ຄອງ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຢ່າງ​ເປັນ​ລະບົບ, ​ແລະ​ຈະບໍ່ສົ່ງ​ຜົນ​ສະທ້ອນ​ເຖິງ​ຜົນ​ສັກສິດ​ຂອງ​ນະ​ໂຍບາຍນີ້ຍ້ອນຜົນ​ການ​ພັດທະນາ​ເສດຖະກິດ​ທີ່ມີຂຶ້ນໆ​ລົງໆ.

ກ່ອນ​ນີ້​ບໍ່​ເທົ່າ​ໃດ​ວັນ, ລັດຖະບານ​ຈີນ​ໄດ້​ປະກາດ​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​​ປ້ອງກັນ​ແລະ​ປັບປຸງ​ມົນ​ລະ​ພິດ​ທາງ​ອາກາດ ​ເປັນຄັ້ງທຳ​ອິດ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ໃນ​ການປັບປຸງ​ມົນ​ລະ​ພິດ​​ຂອງ​ຕົວ​ເມືອງ. ​ໃນ​ແຜນການ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ: ຜ່ານ​ການ​ທຳ​ຄວາມ​ພະຍາຍາມ​ເປັນ​ເວລາ 5 ປີ, ​ເຮັດ​ໃຫ້​ຄຸນ​ນະພາ​ບ ຂອງ​ອາກາດ​ໃນທົ່ວປະເທດ​ໄດ້​ຮັບ​ການ​ປັບປຸງ​ໂດຍ​ລວມ ​ແລະ ອາກາດ​ມົນ​ລະ​ພິດ​ຮ້າຍ​ແຮງ​ໄດ້ຫຼຸດລົງຢ່າງຫຼວງຫຼາຍ, ໂດຍສະເພາະແມ່ນເຮັດ​ໃຫ້​ຄຸນ​ນະພາ​ບຂອງ​ອາກາດ​ໃນ​ບາງ​ເຂດ​ແຄ​ວ້ນທີ່​ຖືກ​ມົນ​ລະ​ພິດ​ຮ້າຍ​ແຮງ​ທີ່​ສຸດ ​ເຊັ່ນ: ນະຄອນຫຼວງປັກ​ກິ່ງ, ນະຄອນ​ທຽນ​ສິນ, ​ແຂວງ​ເຫີ​​ເປີ​ຍ, ​ເຂດ​ສາມຫຼ່ຽມ​ປາກ​ແມ່​ນ້ຳຢາງ​ເຊ ​ແລະ ​ເຂດ​ສາມຫຼ່ຽມປາກ​ແມ່​ນ້ຳ​ຈູ່ຈ່ຽງ.

ການ​ກໍ່ສ້າງ​ຊີວະ​ພາບ​ຕົວ​ເມືອງ​ຂອງ​ຈີນ​​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ. ທ່ານ​ກູ​ສຕັບ ກຣົບ, ຜູ້​ລິ​ເລີ່​ມທີ່​ມີ​ສ່ວນ​ຮ່ວມ ທັງ​ເປັນ​ປະທານ​ສະມາຄົມ​ພະລັງງານ​ທີ່​ສະອາດ​ສາກົນ ສະ​ເໜີ​ວ່າ: ​ໃນ​ການ​ຮ່ວມ​ມື​ກັບ​ຈີນ, ສາມາດ​​ເຫັນ​ໄດ້ວ່າ​ຈີນ​ເອົາ​ໃຈ​ໃສ່​ບັນຫາ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມນັບ​ມື້​ນັບ​ຫຼາຍຂຶ້ນ. ທ່ານ​ສະ​ເໜີ​ອີກ​ວ່າ: ​ຈີນ​ຄວນ​ເອົາ​ໃຈ​ໃສ່​ຕື່ມ​ຕໍ່ການ​ນຳ​ໃຊ້​ພະລັງງານ​ໃໝ່ ​ແລະ ພະລັງ​ງານ​ໝູນວຽນ ​ໃນ​ການ​ພັດທະນາ​ຕົວ​ເມືອງ.