ທ່ານ​ຢາງ​ເຈ​ສື​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ແຕ່​ວັນ​ທີ18ຫາ​ວັນ​ທີ20ກັນຍາ​ນີ້

(GMT+08:00) 2013-09-16 18:25:30     cri
ຕາ​ມຂ່າວCRI:ວັນ​ທີ16ກັນຍາ​ນີ້, ທ່ານ​ຫົງ​ເຫຼີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ປະກາດ​ຢູ່​ກອງ​ປະຊຸມ​ຂ່າວ​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ໂຈ​ໂຄ ຊູ​ຢານ​ໂທ, ລັດຖະມົນຕີ​ວ່າການ​ກະຊວງ​ກາງການ​ເມືອງ​ກົດໝາຍ​ຄວາມ​ໝັ້ນຄົງ​ແລະ​ການຈັດ​ສັນ​ຂອງ​ສາທາລະນະ​​ອິນ​ໂດ​ເນ​ເຊຍ, ທ່ານ​ຢາງ​ເຈ​ສື, ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ອິນ​ໂດ​ເນ​ເຊຍ​ແຕ່​ວັນ​ທີ18ຫາ​ວັນ​ທີ20ກັນຍາ​ນີ້, ​ແລະ​​ເປັນ​ປະທານຮ່ວມ​ກັບ​ທ່ານ ໂຈ​ໂຄ ຊູ​ຢານ​ໂທ​ໃນກອງ​ປະຊຸມ​ຄັ້ງ​ທີ4ຂອງ​ກົນ​ໄກ​ການສົນທະນາ​ລະດັບ​ຮອງນາຍົກລັດຖະມົນຕີລະຫວ່າງ​ຈີນ​ແລະ​ອິນ​ໂດ​ເນ​ເຊຍ.