ຈີນ​ຈະ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​ໃນ​ຕົວ​ເມືອງ  ​ເພື່ອຊຸກຍູ້​ການ​ປັບປຸງສິ່ງ​ແວດ​ລ້ອມທີ່ຢູ່​ອາ​ໄສ​ຂອງ​ປະຊາຊົນໃນຕົວ​ເມືອງ

(GMT+08:00) 2013-09-16 18:26:49     cri
ຕາມ​ຂ່າວCRI:ຫວ່າງ​ມໍ່ໆ​ນີ້, ລັດຖະບານ​ຈີນ​ໄດ້​​ເຜີຍ​ແຜ່"ຄວາມ​ເຫັນ​ກ່ຽວກັບ​ການ​​ເພີ່ມ​ທະວີ​ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​ໃນ​ຕົວ​ເມືອງ", ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ6ໜ້າ​ທີ່​ສຳຄັນ​ໃນ​ການ​ເລັ່ງລັດ​ການປັບປຸງຍົກ​ລະດັບ​​ພື້ນຖານ​ໂຄງ​ລ່າງ​ໃນຕົວ​ເມືອງ​ໃນ​ປະຈຸ​ບັນ​ນີ້. ນີ້​ແມ່ນ​ມາດ​ຕະການ​ທີ່​ສຳຄັນຂອງ​ລັດຖະບານ​ຊຸດ​ໃໝ່​ຂອງ​ຈີນ​ໃນ​ການຊຸກຍູ້​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນແລະ​ການ​
​ພັດທະນາ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໃສ.

​ໃນ"ຄວາມ​ເຫັນ​ກ່ຽວກັບ​ການ​​ເພີ່ມ​ທະວີ​ການກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​​ໃນ​ຕົວ​ເມືອງ"​ໄດ້​ຊີ້​ອອກ​ວ່າ, ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງລ່າງ​ໃນຕົວ​ເມືອງ, ຕ້ອງ​​ເສີມ​ຂະ​ຫຍາ​ຍບົດບາດ​ຂອງ​ກົນ​ໄກ​ຕະຫຼາດ​ຢ່າງ​ເຕັມ​ທີບົນ​ພື້ນຖານຄວາມຮັບປະກັນ​ດ້ານການ​ລົງທຶນຂອງ​ລັດຖະບານ,  ດຶງ​ດູດ​​ທຶນຮອນ​ພາກ​ເອກະ​ຊົນ​​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ແລະການ​ດຳ​ເນີນ​ທຸລະ​ກິດ​ຂອງ​ໂຄງການທຸລະ​ກິດ, ປັບປຸງ​ສິ່ງ​ແວດ​ລ້ອມທີ່ຢູ່​ອາ​ໄສ​ຂອງ​ປະຊາຊົນ​ໃນ​ຕົວ​ເມືອງ​ໃຫ້ດີກ​ວ່າ​ເກົ່າ, ຮັບ​ປະກັນ​ຄວາມ​ປອດ​ໄພ​ຂອງ​ການ​​ເຄື່ອນ​ໄຫວຂອງ​ຕົວ​ເມືອງ.