ງານວາງ​ສະ​ແດງ​ຮູບ​ພາບ​ມໍລະດົກ​​ໂລກ​ອັງ​ກໍ​ກໍາປູ​ເຈຍ​ໄດ້​ຈັດ​ຂຶ້ນ​ຢູ່​ວັງ​ລະດູ​ຮ້ອນຂອງ​ນະຄອນຫລວງ​ປັກ​ກິ່ງ

(GMT+08:00) 2013-09-16 11:23:47     cri

​ເພື່ອ​ສະ​ເຫລີ​ມສະຫລອງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ຈີນ​ກັບ​ກໍາປູ​ເຈຍຄົບຮອບ55ປີ​ແລະ​ເພີ່ມ​ທະວີ​ການ​ແລກປ່ຽນ​ທາງດ້ານ​ວັດທະນະ​ທໍາ​ລະ​ຫວ່າງ​ສອງ​ປະ​ເທດ,ວັນ​ທີ14ກັນຍາ​ນີ້,ງານວາງ​ສະ​ແດງ​ຮູບ​ພາບ​ມໍລ​ະດົກ​ໂລກ​​ອັງ​ກໍ​ລາຊະ​ອານາຈັກກໍາປູ​ເຈຍທີ່​ຈັດ​​ໂດຍ​ສະມາຄົມ​ປະຊາຊົນ​ປັກ​ກິ່ງ​ເພື່ອ​ມິດຕະພາບ​ກັບ​ຕ່າງປະ​ເທດ,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ວັງ​ລະດູ​ຮ້ອນ​ຢີ​ເຮີ​ຢວນ​ແລະ​ກົ​ມຄຸ້ມ​ຄອງ​ອັງ​ກໍ​ລາຊະ​ອານາຈັກ​ກໍາປູ​ເຈຍ​ໄດ້​ໄຂ​ຂຶ້ນ​ຢູ່​ວັງ​ລະດູ​ຮ້ອນ​ຂອງ​ນະຄອນຫລວງ​ປັກ​ກິ່ງ.

ງານ​ວາງ​ຮູບ​ພາບ​ຄັ້ງ​ນີ້​ໄດ້​ຈັດ​ຂຶ້ນ​ຢູ່​ຄັນ​ຄູ​ລຽບ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ໜອງ​ຄູນ​ໝິງ​ໃນ​ວັງ​ລະດູ​ຮ້ອນເຮີ​ລະດູະນະ​ກິ່ງ​ເພື່ອ​ມິດຕະພາບ​ກັບ​ຕ່າງປະ​ເທດແລະ​ຈະ​ດໍາ​ເນີນ​ໄປ​ຮອດ​ວັນ​ທີ14ຕຸລາ​ນີ້.ງານວາງສະ​ແດງ​ຮູບ​ພາບ​ຄັ້ງ​ນີ້​ໄດ້​ວາງສະ​ແດງ​ຮູບ​ພາບ​ທີ່​ສວຍງາມ​ປະນີດ​ຂອງກຸ່ມ​ສະຖານ​ທີ່​ບູຮານ​ຢູ່​ອັງ​ກໍ​ແຂວງ​ສຽ​ມລຽບຂອງ​ກໍ​າປູ​ເຈຍ100​ແຜ່ນເຊິ່ງລວ​ມທັງ​ອັງ​ກໍ,ວັດ​ບານ​ແຕອີ ສະ​​ໄລ​ແລະ​ວັດ​ຕາ ປະ​ຣອມ,ຍັງ​ມີ​ວັດ​ຕາ​ແກ້ວ,ວັດ​ເຈົ້າ​ຊາຍ​ເຕວໍ​ດາ​ແລະ​ທົມ​ມານ​ນົນ​ແລະ​ອື່ນໆ​​ເຊິ່ງ​ເປັນ​ວັດ​ທີ່​ໜ່ວຍງານທີ່​ນັກ​ວິສະວະ​ກໍາ​ຈີນ​ຮັບຜິດຊອບ​ປະຕິສັງຂອນ.​ໃນ​ຖານະ​ທີ່​ເປັນ​ໂ​ຄງ​ການ​ແລກປ່ຽນ​ຂອງປີ​​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ​ກັບ​ກໍາປູ​ເຈຍ,​ວັງລະດູ​ຮ້ອນຍັງ​ຈະ​ຈັດການ​ງານສະ​ແດງ​ຮູບ​ພາບ​ຢູ່​ວັດ​ບານ​​ແຕອີ ສະ​ໄລ​​ໃນ​​ເຂດ​ທ່ອງ​ທ່ຽວ​ອັງກໍ​ຂອງ​ກໍາ​ປຸ​ເຈຍ​​ໃນ​ເດືອນ​ທັນວາ​ປີ​ນີ້.