ສັບປະດາ​ການ​ແລກ​ປ່ຽນທາງ​ດ້ານ​ການ​ສຶກສາ​ຈີນ​-​ອາຊຽນຄັ້ງ​ທີ 6​ ໄດ້​ຈັດຂຶ້ນຢູ່​ນະຄອນກຸ້ຍ​ຢາງ​ຂອງ​ຈີນ

(GMT+08:00) 2013-09-16 17:04:25     cri

ວັນ​ທີ 16 ກັນຍາ​ນີ້, ສັບປະດາ​ການ​ແລກ​ປ່ຽນທາງ​ດ້ານ​ການ​ສຶກສາ​ຈີນ​-​ອາຊຽນຄັ້ງ​ທີ 6​ ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນກຸ້ຍ​ຢາງ,​ ເທດສະບານ​ກຸ້ຍ​ໂຈ່​ວ, ທາງ​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​ຈີນ ​ເຊິ່ງມີ​​ເຈົ້າ​ໜ້າທີ່ຂັ້ນ​ສູງ​ລັດຖະບານ, ຜູ້​ອໍານວຍ​ການ​​ໂຮງຮຽນ​ຊັ້ນ​ສູງ, ນັກວິຊາການ​ວົງ​ການ​ການ​ສຶກສາ​​, ຜູ້​ຕາງໜ້າ​​ນັກ​ສຶກສາ​ຕ່າງ​ປະ​ເທດທີ່​ມາ​ຮຽນ​ຕໍ່​ຢູ່​ຈີນ​​ໄດ້​ເຂົ້າ​ຮ່ວມ,​ ໄດ້​ແລກປ່ຽນ​ຄໍາ​ຄິດ​ຄໍາ​ເຫັນ​ຢ່າງ​ກວ້າງຂວາງ​ກ່ຽວກັບ​ຫົວ​ຂໍ້​ຕ່າງ​ທໆເຊັ່ນ​ການ​ຊຸກຍູ້ການ​ແລ​ກປ່ຽນ​ທາງ​ດ້ານ​ການ​ສຶກສາລະ​ຫວ່າງ​ຈີນ​ກັບ​ອາຊຽນຕື່ມ​ອີກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ໂຮງຮຽນ​ຊັ້ນ​ສູງ​ຂອງ​ຈີນ​ແລະ​ອາຊຽນ, ​ສືບ​ຕໍ່ຊຸກຍູ້​ການ​ແລ​ກປ່ຽນ​ດ້ານ​ວັດ​ທະນະ​ທໍາ-ສັງ​ຄົມຂອງສອງ​ຝ່າຍ​ແລະ​ອື່ນໆ.

ໃນ​ເວລາ​ກ່າວ​ຄໍາ​ປາ​ໄສ​ໃນ​ພິທີ​ໄຂ​ງານ,ທ່ານ​ເຊີນ​ຊູ້​ນ,ຜູ້​ຊ່ວຍ​ລັດຖະມົນຕີ​ວ່າການ​ກະຊວງ​​ສຶກສາທິການ​ຈີນຊີ້​ອອກ​ວ່າ,​ເພື່ອ​ຍົກສູງ​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນທາງ​ດ້ານ​ການ​ສຶກສາລະ​ຫວ່າງ​ຈີນ​ແລ​ະອາ​ຊຽນ​ໃຫ້​ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່,ຈີນ​​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່​ມ​ດັ່ງ​​ນີ້:ໜຶ່ງ, ຊຸກຍູ້​"ແຜນການ​ແລກປ່ຽນນັກ​ສຶກສາ​ຈໍານວນ​ແສນ​ຄົນ", ​ເປີດ​ກວ້າງ​ຂະໜາດ​ຂອງນັກ​ສຶກສາ​ຕ່າງປະ​ເທດ, ສົ່ງ​​ເສີ​ມການ​ແລ​ກປ່ຽນ​​​ເຊິ່ງກັນ​​ແລ​ະກັນ. ​ສອງ, ຊຸກຍູ້​ການ​ຄົ້ນ​ຄວ້າ​ໃນ​ລະດັບ​ປະ​ເທດ​ແລະ​ພາກ​ພື້ນ,​ໃຫ້​ຄວາມ​ສໍາ​ຄັນ​ຕໍ່​ການ​ຮຽນ​ພາສາ,ລົງ​ເລິກ​ຄວາມ​ເຂົ້າ​​ໃຈ​ເຊິ່ງກັນ​ແລະ​ກັນ ​ແລ​ະ​ສາມ, ຊຸກຍຍູ້​ການ​​ຝຶກ​ອົບຮົມດ້ານ​ຊັບພະຍາ​ກອນ​ມະນຸດ,​ເພີ່​ມທະ​ວີ​ການ​ບໍາລຸງ​ສ້າງ​ບຸກຄະລາ​ກອນ, ຍົກ​ສູງ​ລະດັບ​ການ​ແລ​ກປ່ຽນ.