ອົງການ​ຟາ​ວ ​ເຕືອນ​ໃຫ້​ລະວັງ​ຕໍ່​ພະຍາດ​ໄຂ້ຫວັດ​ສັດ​ປີກ

(GMT+08:00) 2013-09-17 16:09:55     cri

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ກັນຍາ​ນີ້, ອົງການອາຫານ​ແລະ​ການ​ກະ​ເສດ ຂອງສະຫະ​ປະຊາ​ຊາດ ຫຼື ຟາ​ວ ທີ່​ສຳນັກງານ​ໃຫຍ່​ຕັ້ງຢູ່​ທີ່ນະຄອນ​ເລີ​ແກ ​ໄດ້​ອອກຄຳ​ເຕືອນວ່າ: ພະຍາດ​ໄຂ້ຫວັດ​ສັດ​ປີກ​ສາຍ​ພັນ H7N9 ​ແລະ​ສາຍ​ພັນ H5N1 ອາດ​ຈະ​ເກີດ​ຂຶ້ນອີກ​ໃນ​ລະດູ​ການ​ໄຂ້ຫວັດ​ໃຫຍ່​ທີ່​ຈະ​ມາ​ເຖິງ​ນີ້.

ທ່ານເດນນິສ ຄາໂຣນ, ຜູ້ຊ່ຽວຊານອົງການພັດທະນາສາກົນອາເມລິກາ ເຫັນວ່າ, ຜູ້​ຊ່ຽວຊານ​ຈີນ​ໄດ້​ຄົ້ນພົບ​​ເຊື້ອພະຍາດ​ໄຂ້ຫວັດ​ສັດ​ປີກ​ໃນ​ໄລຍະ​ຕົ້ນ​ແລະ​ໄດ້​ກຳນົດ​ລັກສະນະ​ຂອງ​ມັນ​ຢ່າງ​ແມ່ນ​ຢຳ ​ໄດ້​ສ້າງ​ໂອກາດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃຫ້​ແກ່​ການ​ປະສານ​ງານ​ລະຫວ່າງ​ປະ​ເທດ​ຕ່າງໆ​ເພື່ອ​ຢັບຢັ້ງ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ພະຍາດ, ​ແລະ​ໄດ້​ສະກັດ​ກັ້ນສະພາບ​ແຜ່​ລະບາດ​ທີ່​ອາດ​ຈະ​ກະທົບ​ເຖິງ​ທົ່ວ​ໂລກ​ຄັ້ງໜຶ່ງ.

ອົງການ​ຟາ​ວ ສປຊ ​ແລະ​ອົງການພັດທະນາ​ສາກົນ​ອາ​ເມ​ລິ​ກາ ​ໄດ້​ສະ​ເໜີ​ວ່າ, ປະ​ເທດ​ຕ່າງໆ​ຄວນ​ສືບ​ຕໍ່​ຕິດຕາມ​ຄວບຄຸມຢ່າງ​ຕໍ່​ເນື່ອງ​ແລະ​ມີ​ລັກສະນ​ະຈຸດ​ສຸມ​ຕໍ່​ພະຍາດ​ໄຂ້ຫວັດ​ສັດ​ປີກ, ສ້າງລະບົບ​ຕິດຕາມການ​ຜະລິດ​ແລະ​ການຈຳໜ່າຍ​ສັດ​ປີກ, ​ແລະ​ວາງ​ແຜນ​ຮັບ​ມື​ສຸກ​ເສີນ​ແລະ​ມາດ​ຕະການ​ທີ່​ຈຳ​ເປັນ.