ການ​ປຶກສາ​ຫາລື​ຮອບ​ທີ​ສອງ​ລະຫວ່າງ​ສອງ​ພັກ​ກໍາປູ​ເຈຍ​ໄດ້​ຮັບ​ຜົນ​ສໍາ​ເລັດ​ຈໍານວນ​ໜຶ່ງ

(GMT+08:00) 2013-09-17 11:25:18     cri
ວັນ​ທີ16ກັນຍານີ້, ທ່ານ​ຮຸນ​​ແຊນ, ຮອງ​ປະທາ​ນພັກ​ປະຊາຊົນ​ ນາຍົກລັດຖະມົນ​ຕິ​ກໍາປູ​ເຈຍ​ໄດ້​ຈັດການ​ປຶກສາ​ຫາລື​ຮອບ​ທີ​ສອງກັບ​ທ່ານ​ສໍາ​ຣັງສີ, ປະທານ​ພັກ​ກູ້​ຊາດ​ທີ່​ເປັນ​ພັກ​ຝ່າຍ​ຄ້ານຂອງກໍາປູ​ເຈຍ​ຢູ່​ຫໍ​ສະພາ​​ແຫ່ງ​ຊາດກ່ຽວ​ກັບ​ກໍລະນີ​ທີ່​ມີການ​​ໂຕ້​ຖຽງ​ກັນຂອງ​ການ​​ເລືອກ​ຕັ້ງ​ທົ່ວ​ໄປ ​ເຊິ່ງ​ໄດ້​ຮັບ​ຜົນ​ສໍາ​ເລັດ​ຈໍານວນ​ໜຶ່ງ.
ພາຍຫລັງ​​ການ​ປຶ​ກສາ​ຫາລື​ກັນ​ສິ້ນ​ສຸດ​ລົງ​ແລ້ວ, ສອງຝ່າຍ​​ໄດ້ສະ​ແດງ​ວ່າ​ຈະ​ເຄົາ​ລົບ​ນັບຖື​ຄວາມ​ປາຖະໜາ​ຂອງ​ກະສັດ, ຮ່ວມ​ກັນ​ພະຍາຍາມ​ຫລຸດຜ່ອນ​ການ​ປະ​ທະກັນ​ດ້ວຍ​ຄວາມຮຸນ​ແຮງ, ມີ​ຄວາມອົດກັ້ນ, ປົກ​ປັກ​ຮັກສາ​ຄວາມ​ສາມັກຄີ​ແລະສະຖຽນ​ລະ​ພາບ​ຂອງ​ປະ​ເທດ. ສອງ​ຝ່າ​ນ​ໄດ້​ເຫັນ​ດີນໍາກາ​ນປະຕິ​ຮູ​ບຄະນະ​ກໍາມະການ​ເລືອ​ກຕັ້ງ​ກໍາປູ​ເຈຍ​ແລະ​​ປຶກສາ​ຫາລື​ຮ່ວມ​ກັນ​​​ເພື່ອ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງຂອງ​ການ​​ເລືອກ​ຕັ້ງ​ທົ່ວ​ໄປ​ໂດຍ​ຜ່ານ​ການ​ສົນທະນາ​ກັນ​ຂອງ​ທຸກ​ຊັ້ນ​ລະຫວ່າງ​ສອງ​ພັກ. ​ແຕ່​ວ່າ​ສອງ​ຝ່າຍ​ຍັງ​ບໍ່​ສາມາດບັນລຸ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ໃນ​ບັນຫາ​ກ່ຽວ​ກັບ​ການສ້າງຕັ້ງຄະນະ​ກໍາມະການ​ສືບສວນ​ອິດ​ສະຫລະ​ທີ່​ແນ​ໃສ່​ການ​ກະທໍາ​ທີ່​ຜິດ​ກົດ​ລະບຽບ​ຂອງການເລືອກ​ຕັ້ງ​ທົ່ວ​ໄປ.
ວັນ​ທີ 14 ກັນຍາ​ນີ້, ທ່ານ​ຮຸນ​​​ແຊນ​ແລະ​ທ່ານ​ສໍາຣັງສີໄດ້​ຈັດການ​ປຶກສາ​ຫາລື​ກັນ​ກ່ຽວກັບຄວາມ​ຂັດ​ແຍ້​ງ​ກັນຂອງ​ການ​​ເລືອກ​ຕັ້ງ​ທົ່ວ​ໄປ​ຕາມ​ພະຣາຊະປະສົງຂອງສົມ​ເດັດ ນະ​ໂຣດົມ ສີ​ຫາ​ໂມ​ນີ, ​ແຕ່​ວ່າ​ສອງ​ຝ່າຍ​ບໍ່​ສາມາດ​ບັນລຸ​ຄວາມ​ເຂົ້າ​ໃຈ​ກັນ. ວັນ​ທີ 15 ກັນຍານີ້, ຜູ້​ສະໜັບສະໜູນພັກ​ກູ້​ຊາດ​ທີ່​ເປັນ​ພັກ​ຝ່າຍ​ຄ້ານຂອງກໍາປູ​ເຈຍ​ໄດ້​ຈັດການ​ແຫ່​ຂະ​ບວນ​ແລະ​ໂຮມ​ຊຸມນຸມ​ຢູ່​ນະ​ຄອນຫລວງ​ພະນົມ​ເປັນ​​ເພື່ອ​ປະ​ທ້ວງ​ຜົນ​ການ​ເລືອກ​ຕັ້ງ​ຂອງ​ສະພາ​ແຫ່ງ​ຊາດ​. ກຸ່ມ​ຜູ້​ປະ​ທ້ວງໄດ້​​ເກີດ​ການປະ​ທະ​ກັນ​ກັບ​ທະຫານ​​ແລະ​ຕໍາຫລວດ, ​ເຮັດ​ໃຫ້​ມີ​ຜູ້​ປະ​ທ້ວງ​ເສຍ​ຊີວິດ 1 ຄົນ​ແລະ​ຫລາຍ​ຄົນ​ໄດ້​ຮັບ​ບາດ​ເຈັບ.