ຈີນ-ອາຊຽນປະຕິບັດ"ແຜນການ​ແລກປ່ຽນນັກ​ສຶກສາ​​ໃຫ້​ໄດ້​ຝ່າຍ​ລະແສນ​ຄົນ"ຢ່າ​ງຮອບ​ດ້ານ

(GMT+08:00) 2013-09-17 11:27:13     cri

ວັນ​ທີ 16 ກັນຍາ​ນີ້, ສັບປະດາ​ການ​ແລກ​ປ່ຽນທາງ​ດ້ານ​ການ​ສຶກສາ​ຈີນ​-​ອາຊຽນຄັ້ງ​ທີ 6​ ໄດ້​ຈັດຂຶ້ນຢູ່​ນະຄອນກຸ້ຍ​ຢາງ​ຂອງ​ຈີນ ​ເຊິ່ງມີ​ຈຸດປະສົງ​ເພື່ອ​ຊຸກຍູ້​ຈີນ​ແລະ​ອາຊຽນດໍາ​ເນີນ​ການ​ຮ່ວມ​ມື​ອັນຮອບດ້ານ​ແລະ​ຕິດ​ແທດ​ຕົວຈິງ​ໃນ​ຂົງ​ເຂດ​ການ​ສຶກສາ, ປະຕິບັດ"ແຜນການ​ແລກປ່ຽນນັກ​ສຶກສາ​ໃຫ້​ໄດ້​ຝ່າຍ​ລະແສນ​ຄົນ", ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ດ້ານອາຊີວະ​ສຶກສາ, ຊຸກຍູ້​ການ​ເຊື່ອມ​​ໂຍງ​ເຂົ້າ​ກັນ​ດ້ານ​ການ​ສຶກສາ​ຊັ້ນ​ສູງ​ລະຫວ່າງ​ຈີນ​​ແລະ​ອາຊຽນ, ບັນລຸ​ການ​ໂອນ​ແລະ​ການ​ຮັບຮອງ​ໜ່ວຍ​ກິດ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ໂຮງຮຽນ​ຊັ້ນ​ສູງ,ມະຫາວິທະຍາ​ໄລ ​ແລະ​ອື່ນໆ.

​ທ່ານ​ມາ​ໝິງຊຽງ, ເລຂາທິການ​​ໃຫຍ່​ສູນ​ຈີນ-ອາຊຽນກ່າວ​ວ່າ, ​ໃນ​ບາດກ້າວ​ຕໍ່​​ໄປຈະ​ເພີ່ມ​ທະວີ​ການ​ໂຄສະນາ​ໂອກາດ​ການ​ສຶກສາ​ຂອງ​ຈີນ​ແລະ​ອາຊຽນ, ຊຸກຍູ້​ການ​ເຊື່ອມ​​ໂຍເຂົ້າກັນ​ຂອງ​ການ​ສຶກສາ​ຊັ້ນ​ສູງ​ລະຫວ່າງ​ຈີນ​​ແລະ​ອາຊຽນ, ​ຮັບ​​ໃຊ້​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ສຶກສາລ​ະຫວ່າງ​ຈີນ​ກັບ​ອາຊຽນຢ່າງ​ແທ້​ຈິງ.

"ແຜນການ​ແລກປ່ຽນນັກ​ສຶກສາ​​ໃຫ້​ໄດ້​ຝ່າຍ​ລະ​ແສນ​ຄົນ" ຄື​ເມື່ອ​ຮອດ​ປີ2020, ຈໍາ​ນວນນັກ​ສຶກສາ​ອາຊຽນທີ່​ມາ​ຮຽນ​ຢູ່​ຈີນ​ແລະ​ນັກ​ສຶກສາ​ຈີນ​ທີ່​ໄປ​ຮຽນ​ຢູ່​ອາຊຽນລ້ວນ​​ແຕ່​ຈະ​ໄດ້​ບັນລຸ​ເຖິງ1​ແສນ​ຄົນ. ມາ​ຮອດທ້າຍ​ປີ2012, ມີ​ຈໍານວນນັກ​ສຶກສາ​ອາຊຽນທີ່​ມາ​ຮຽນ​ຢູ່​ຈີນ​ໄດ້​ຫລາຍ​ກວ່າ 6 ໝື່ນ​ຄົນ​ແລ້ວ, ​ໃນ​ຂະນະ​ດຽວ​ກັນນ​ນັ້ນ​ນັກ​ສຶກສາຂອງ​ຈີນ​ທີ່​ໄປ​ຮຽນ​ຢູ່​ອາຊຽນນັ້ນ​ຫລາຍ​ກວ່າ 1,1 ​ແສນ​ຄົນ.