ການສໍາ​ມະ​ນາສາ​ກົນວ່າ​ດ້ວຍ​ເຕັກນິກ​ການ​ບິນ​ອະວະ​ກາດ​ບັນທຸ​ກມະນຸດ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ

(GMT+08:00) 2013-09-17 15:41:26     cri

ວັນ​ທີ 16 ກັນຍາ​ນີ້, ການສໍາ​ມະ​ນາສາ​ກົນວ່າ​ດ້ວຍ​ເຕັກນິກ​ການ​ບິນ​ອະວະ​ກາດ​ບັນທຸ​ກມະນຸດໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ປັກ​ກິ່ງ ​ເຊິ່ງມີຊ່ຽວຊານດ້ານການ​ບິນ​ອະວະ​ກາດ​ບັນທຸ​ກມະນຸດ 120 ກວ່າ​ຄົນ​ທີ່​ມາ​ຈາກ 20 ກວ່າ​ປະ​ເທດ​ແລະ​​ເຂດ​ແຄ​ວ້ນເຂົ້າຮ່ວມ ​ເພື່ອ​ຄົ້ນຄວ້າ​ແລະ​ປຶກສາ​ຫາລື​ການ​ພັດທະນາ​ວຽກ​ງານ​ໃນອະນາຄົດ ​ແລ​ະຊຸກຍູ້​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​​ໃນ​ສາກົນ.

ການສໍາ​ມະ​ນາສາ​ກົນວ່າ​ດ້ວຍ​ເຕັກນິກ​ການ​ບິນ​ອະວະ​ກາດ​ບັນທຸ​ກມະນຸດ​ແມ່ນ​ໄດ້​ລິ​ເລີ່​ມຈັດ​ຂຶ້ນ​ໂດຍກົ​ມອະວະກາດ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ແລ​ະຈັດ​ຂຶ້ນ​ປີ​ລະຄັ້ງ​ ​ເຊິ່ງມີ​ຈຸດ​ປະສົງ​ຕົ້ນຕໍເພື່ອ​ຊຸກຍູ້​ການ​ດໍາ​ເນີນ​ໂຄງການນໍາ​​ໃຊ້​ອະວະກາດຕົວ​ຈິງ​ໃນ​"ຂໍ້​ລິ​ເລີ່​ມເຕັກນິກ​ການ​ບິນ​ອະວະ​ກາດ​ບັນທຸ​ກມະນຸດ​".