ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຄ້າ​ເສລີ​ລະຫວ່າງ​ຈີນ​ກັບສ.​ເກົາຫລີ​ໄດ້​ຮັບ​ຜົນ​ສໍາ​ເລັ​ດຕາມຂັ້ນ​ຕອນ 90%ຂອງ​ສິນຄ້າ​ຈະ​ຖືກ​ຍົກ​ເວັ້ນພາສີ​ອາກອນ

(GMT+08:00) 2013-09-17 17:22:21     cri

ວັນ​ທີ 17 ກັນຍາ​ນີ້, ​ໃນ​ເວລາ​ຕອບ​ຄໍາ​ຖາມ​​ໃນ​ກອງ​ປະຊຸມ​ຂ່າວ​ປະ​ຈໍາ​ເດືອນ, ທ່ານ​ເສີນ​ຕ່າ​ນຢາງ, ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ​ກ່າວວ່າ, ຈີນ​ແລະ​ສ.​ເກົາຫລີ​ໄດ້​ສໍາ​ເລັດ​ການ​ເຈ​ລະ​ຈາຕາມຂັ້ນ​ຕອນກ່ຽວ​ກັບ​ຮູບ​ແບບ​ເຂດ​ການ​ຄ້າ​ເສລີ​ຈີນ​​ແລະ​ສ.​ເກົາຫລີ​ໃນຕົ້ນ​ເດືອນ​ກັນຍາ​ນີ້. ​ອີງ​ຕາມ​ຮູ​ບ​ແບບ​ທີ່​ສອງ​ຝ່າຍ​ໄດ້​ຕົກລົງ​ກັນ, ​ຜະ​ລິດ​ຕະພັນທີ່​ບັນ​ລຸ​ການ​ຫັນ​ເປັນເສລີ​ຄວນ​ກວມ​ເອົາ 90% ​ໃນ​ບັນຊີ​ລາຍ​ຊື່​ສິນຄ້າ​ທີ່​ຄ້ອງ​ເສຍພາສີ​ອາກອນ​ ​ເຊິ່ງກວມ​ເອົາ 85​% ຂອງ​ຍອດ​ມູນ​ຄ່າ​ການ​ນໍາ​ເຂົ້າ.

ທ່ານ​​ເສີນ​ຕ່າ​ນຢາງ​ກ່າວ​ຕື່ມ​ວ່າ, ການ​ເຈ​ລະ​ຈາ​ກ່ຽວ​ກັບຮູບ​ແບບ​ເຂດ​ການ​ຄ້າ​ເສລີ​ຈີນ​​ແລະສ.​ເກົາຫລີ​​ເປັນພຽງ​​ຜົນ​ສໍາ​ເລັ​ດຕາມຂັ້ນ​ຕອນຂອງ​ການ​ເຈລະຈາ​ທັງ​ໝົດ​ເທົ່າ​ນັ້ນ ​ເຊິ່ງ​ໄດ້​ເປັນບົດຮຽນ​ຈໍານວນ​ໜຶ່ງ​ໃຫ້ແກ່ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີລະຫວ່າງ​ຈີນ,ຍີ່ປຸ່ນ​ແລະ​ສ​.​ເກົາຫລີ. ​ແຕ່​ວ່າ​ສະພາບ​ຂອງ​ການ​ເຈ​ລະ​ຈາ​ສອງ​ຄັ້ງ​ນີ້ບໍ່​ຄື​ກັນໝົດ, ທຸກ​ປະ​ເດັນຮູບ​​ແບບ​ການ​ເຈລະຈາກໍ​ບໍ່​ຄວນ​ເອົາ​ມາ​ໃຊ້ຄື​ກັນ.

ລາຍ​ງານ​ຂ່າວ​​ແຈ້ງວ່າ, ຈີນ​ແລະ​ສ.​ເກົາຫລີ​ຕົກລົງ​ຮ່ວມ​ກັນ​ວ່າ, ການ​ເຈ​ລະ​ຈາ​ກ່ຽວ​ກັບ​​ເຂດ​ການ​ຄ້າ​ເສລີ​ຮອບ​ຕໍ່ໜ້າ​ຈະ​ຈັດ​ຂຶ້ນ​ຢູ່​ສ.​ເກົາຫລີ​ພາຍ​ໃນ​ປີ​ນີ້.