ພັກ​ຝ່າຍ​ຄ້ານ​ກຳປູ​ເຈຍ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ປະ​ທ້ວງ​ ຄວາມ​ຂັດ​ແຍ້​ງຕໍ່​ຜົນ​ການ​ເລືອກ​ຕັ້ງທົ່ວ​ໄປ​ອາດ​ຈະ​ສາມາດ​ແກ້​ໄຂ​​ໄດ້ໂດຍ​ຜ່ານ​ການ​ເຈລະຈາ

(GMT+08:00) 2013-09-18 19:12:58     cri

ຕາມ​ຂ່າວສານ​ຊິນ​ຮວາ: ພາຍຫຼັງ​ໄດ້​ປຶກສາ​ຫາລື​ກັນ​ກັບ​ພັກ​ກຳ​ອຳນາດ​ແລະ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ໃນ​ລະດັບ​ໃດ​ໜຶ່ງ​ແລ້ວ, ຕອນ​ບ່າຍ​ວັນ​ທີ 17 ກັນຍາ​ນີ້, ພັກ​ກູ້​ຊາດ​ກຳປູ​ເຈຍ ​ໄດ້​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ປະ​ທ້ວງຂະໜາດ​ໃຫຍ່​ທີ່​ດຳ​ເນີນ​ມາ​ເປັນ​ເວລາ 3 ວັນ. ທ່ານ​ສຳ​ລັງສີ, ປະທານ​ພັກ​ກູ້​ຊາດ ກ່າວ​ວ່າ: ຈະ​ສືບ​ຕໍ່​ເຈລະຈາ​ທາງ​ການ​ເມືອງ​ກັບ​ພັກ​ປະຊາຊົນ​ເຊິ່ງ​ເປັນ​ພັກ​ກຳ​ອຳນາດ, ​ເພື່ອ​ຊອກ​ຫາ​ວິທີ​ການ​ບັນລຸ​ຄວາ​ມຮຽກຮ້ອງ​ດ້ານ​ການ​ເມືອງຂອງ​ພັກ​ກູ້​ຊາດ ​ແລະ ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຕໍ່​ຜົນ​ການ​ເລືອກ​ຕັ້ງທົ່ວ​ໄປ.

​ເນື່ອງ​ຈາກມີ​ຄວາມບໍ່ພໍ​ໃຈຕໍ່​ຜົນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ກໍລະກົດ​ຜ່ານ​ມາ​ນີ້, ຜູ້​ສະໜັບສະໜູນ​ພັກ​ກູ້​ຊາດ​ໄດ້ຈັດ​ງານ​ໂຮມຊຸມນຸມ​ປະ​ທ້ວງຢູ່​ນະຄອນຫຼວງພະນົມ​ເປັນ​ນັບ​ແຕ່​ວັນ​ທີ 15 ກັນຍາ​ນີ້​ເປັນຕົ້ນມາ. ​ໃນ​ງານ​ຊຸມນຸມ​ປະ​ທ້ວງ​, ທ່ານ​ສຳ​ລັງສີ ກ່າວ​ວ່າ: ຖ້າ​ບໍ່ດຳ​ເນີນ​ການ​ກວດກາ​​ອິດສະຫຼະຕໍ່​ການ​ກະທຳ​ຜິດ​ກົດ​ລະບຽບ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ແລ້ວ, ສະມາຊິກ​ສະພາ​​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃໝ່ຂອງພັກ​ກູ້​ຊາດ ກໍ​ຈະ​ປະຕິ​ເສດ​ບໍ່​ເຂົ້າຮ່ວມ​ສະພາ​ແຫ່ງ​ຊາ​ດຊຸດ​ໃໝ່. ​ໃນ​ການ​ເຄື່ອນ​ໄຫວ​ປະ​ທ້ວງ ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງຜູ້​ປະ​ທ້ວງກັບ​ຕຳຫຼວດ​ແລະ​ທະຫານ, ​ເຮັດ​ໃຫ້​​ຜູ້​ປະ​ທ້ວງ​​ເສຍ​ຊີວິດໜຶ່ງ​ຄົນ, ຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ.

ວັນ​ທີ 16 ກັນຍາ​ນີ້, ສົມ​ເດັດ​ໂນ​ໂຣດົມ ສີ​ຫາ​ໂມ​ນີ, ມະຫາ​ກະສັດ​ກຳປູ​ເຈຍ​ໄດ້ປະກາດ​ພະລາຊະ​ໂອງການ ​ໂດຍ​ຮຽກຮ້ອງ​ໃຫ້​ຜູ້​ປະ​ທ້ວງ​ທີ່ສະໜັບສະ​ໜູນ​ພັກ​ຝ່າຍ​ຄ້ານ​ກັບ​ຕຳຫຼວດ​ແລະ​ທະຫານຈົ່ງ​ຢຸດຕິ​ການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ, ​ແລະ​ຮັກສາ​ຄວາມ​ອົດທົນ​ທີ່ສຸດ, ​ເພື່ອ​ຮ່ວມ​ກັນ​ປົກ​ປັກຮັກສາ​ຄວາມ​ສາມັກຄີ​ ແລະ ຄວາມ​ໝັ້ນທ່ຽງ​ຂອງ​ປະ​ເທດ. ​ໃນ​ມື້​ດຽ​ວກັນ, ທ່ານ​ຮຸນ​ແຊນ, ຮອງ​ປະທານ​ພັກ​ປະຊາຊົນ​, ນາຍົກລັດຖະມົນຕີກຳປູ​ເຈຍ ກັບ​ທ່ານ​ສຳ​ລັງສີ ​ໄດ້​ປຶກສາ​ຫາລື​ກັນ​ເປັນ​ເວລາ 6 ຊົ່ວ​ໂມງ, ​ແຕ່​ສອງ​ຝ່າຍ​ບໍ່​ສາມາດ​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ໃນ​ບັນຫາ​ການ​ສ້າງຕັ້ງຄະນະ​ກຳມະການ​ກວດກາ​ອິດສະຫຼະ.

ວັນ​ທີ 17 ກັນຍາ​ນີ້, ການ​ນຳ​ຂັ້ນສູງ​ຂອງ​ພັກ​ປະຊາຊົນ ​ແລະ ພັກ​ກູ້​ຊາດ ​ໄດ້​ເຈລະຈາ​ກັນ​ອີກ​ເປັນ​ເວລາ 3 ຊົ່ວ​ໂມງ, ສອງ​ຝ່າຍ​ລ້ວນ​ແຕ່​ກ່າວ​ວ່າ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ໃນຫຼາຍດ້ານ, ​ແລະ​ກ່າວ​ວ່າ​ຈະ​ສືບ​ຕໍ່​ປຶກສາ​ຫາລື​ກັນ​ຕື່ມ​ອີກ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ.

ຕອນ​ບ່າຍ​ວັນ​ທີ 17 ກັນຍາ​ນີ້, ທ່ານ​ສຳ​ລັງສີ ​ໄດ້​ປະກາດ​ຢູ່​ສະໜາມ​ອິດສະຫຼະວ່າ, ການ​ເຄື່ອນ​ໄຫວ​ປະ​ທ້ວງ​ຄັ້ງນີ້​ມາ​ຮອດ​ມື້​ນີ້​ໄດ້​ສິ້ນ​ສຸດ​ລົງ​ແລ້ວ. ທ່ານ​ກ່າວ​ຕື່ມ​ວ່າ: ການ​ເຄື່ອນ​ໄຫວ​ປະ​ທ້ວງ​ໃນ​ຄັ້ງນີ້​ໄດ້​ຮັບ​ຜົນສຳ​ເລັດ. ທ່ານ​ຈະ​ເຈລະຈາ​ກັບ​ພັກ​ປະຊາຊົນ, ພະຍາຍາມ​ຊອກ​ຫາ​ວິທີທີ່​ເໝາະ​ສົມ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງຕໍ່​ຜົນ​ການ​ເລືອກ​ຕັ້ງທົ່ວ​ໄປ ​ໂດຍ​ຜ່ານ​ການ​ເຈລະຈາ, ຖ້າ​ບໍ່​ດັ່ງນັ້ນ, ສະມາຊິກ​ສະພາທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃໝ່​ຂອງ​ພັກ​ກູ້​ຊາດ​ຈະ​ປະຕິ​ເສດ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງທຳ​ອິດ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນຍາ​ນີ້. ພ້ອມ​ກັນນັ້ນ, ທ່ານ​ສຳ​ລັງສີ​ກ່າວ​ວ່າ: ຖ້າການ​ປຶກສາ​ຫາລື​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ຄວາມ​ຂັດ​ແຍ້​ງຕໍ່​ຜົນ​ການ​ເລືອກ​ຕັ້ງທົ່ວ​ໄປ, ພັກ​ກູ້​ຊາດ​ກໍຈະ​ຈັດການ​ເຄື່ອນ​ໄຫວ​ປະ​ທ້ວງ​ທີ່​ມີຂະໜາດ​ໃຫຍ່​ກວ່າ​ນີ້​ອີກ.