ລັດຖະບານ​ໄທ​ອາດ​ຈະປະກາດ​​ພາວະ​ສຸກ​ເສີນ​ເພື່ອລະ​ງັບ​ການ​ປະທ້ວງ​ຂອງ​ຊາວ​ປູກ​ຢາງພາລາ

(GMT+08:00) 2013-09-18 18:16:04     cri
ຕາມ​ຂ່າວ​ໜັງສືພິມ"ໜັງສືພິມ​ຫຼຽນ​ເຫີ​ຈາວ​ປ້າວ"ຂອງ​ສິງກະ​ໂປ​ລາຍ​ງານ​ວ່າ, ລັດຖະບານ​ໄທ​ໄດ້​ເຕືອນ​ໃນຫວ່າງ​ມໍ່ນີ້​​ວ່າ, ​ເພື່ອ​ລະ​ງັບ​ການ​ປະ​ທ້ວງ​ທີ່​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຍ້ອນຊາວ​ປູກ​ຢາງ​ພາລະ​ຢູ່​ພາກ​ໃຕ້​ໄທ​ທີ່​ບໍ່ພໍ​​ໃຈ​ນຳ​ລາຄາ​ການຈັດ​ຊື້​ຂອງ​ລັດຖະບານ, ລັດ​ຖະບານ​ອາດ​ຈະ​ປະກາດ​​ພາວະສຸ​ກ​ເສີນ​ໃນ​ພາກ​ໃຕ້.

​ໄທ​ແມ່ນ​ປະ​ເທດ​ຜະລິດ​ແລະ​ສົ່ງ​ອອກ​​ຢາ​ງພາລາ​ທຳ​ມະ​ຊາດ​ໃຫຍ່​ທີ່​ສຸດ​ໃນ​​ໂລກ, ນັບແຕ່​ປີ2011​ເປັນ​ຕົ້ນ​ມາ ລາຄາ​ຂອງ​ຢາງ​ພາລາ​ໄດ້ຫຼຸດ​ລົງ​ຢ່າງ​ຕໍ່​​ເນື່ອງ​​, ​ໄດ້​ສົ່ງ​ມີ​ຜົນ​ກະທົບ​​ອັນໜັກໜ່ວງ​ເຖິງຊາວ​ປູກ​ຢາງພາລາ​. ຊາວ​ປູກ​ຢາງພາລາ​ຢູ່​ພາກ​ໃຕ້​ໄທ​ໄດ້​ຈັດການ​ປະ​ທ້ວງ​, ​ໂດຍຮຽກຮ້ອງ​ໃຫ້​ລັດຖະບານ​ອຸດ​ໜູນລາຄາ​​ຢາງພາລາ​ທີ່​ໄດ້​ຫຼຸດ​ລົງຢ່າງ​ບໍ່​ຢຸດ​ຢັ້ງ. ​ເພື່ອ​ລະ​ງັບ​ການ​ປະ​ທ້ວງ, ລັດຖະບານ​ໄທ​ໄດ້​ອານຸມັດ​ງົບປະມານ21ຕື້200​ລ້ານ​ບາດ​ເພື່ອ​​ອຸດ​ໜູນ​​ຊາວ​ປູກ​ຢາງພາລາ, ​ເຊິ່ງຈະ​ອຸດ​ໜູນ1260ບາດຕໍ່0,66​ເຮັກຕາ, ​ເງິນ​ອຸດ​ໜູນ​ດັ່ງກ່າວ​ເພິ່ມຂຶ້ນ​ທົບ​ເທົ່າ​ຖ້າ​ທຽບ​ກັບເງິນ​ອຸດ​ໜູນ​ທີ່​ຈາກ​ລັດຖະບານອະນຸມັດ​ໃນ​ຄັ້ງ​ກ່ອນ.