ຈັບ​ຕົວຜູ້​ຄ້າຂາຍ​ຢາ​ເສບ​ຕິດທີ່​ເປັນ​ເປົາ​ໝາຍ​ລະດັບA​ຂອງການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຮ່ວມ​ຈີນ​ລາວ ​ມຽນມາ​ ໄທ

(GMT+08:00) 2013-09-18 18:17:08     cri
ຕາມ​ຂ່າວCRI:ກອງໃຫຍ່​ການ​ປາບ​ປາມ​ຢາ​ເສບ​ຕິດ​ຂອງພະ​ແນ​ກ​ປ້ອງ​ກັນ​ຄວາມ​ສະຫງົບ​ນະຄອນ​ຈົ່ງ​ກິ່ງຈີນ​ແຈ້ງ​ໃຫ້​ຊາບ​ວ່າ, ຫວ່າງ​ມໍ່​ໆ​ນີ້, ​ເຈົ້າ​ໜ້າ​ທີ່ຕໍາຫຼວດ​ນະຄອນ​ຈົ່ງ​ກິ່ງ​ແລະ​ແຂວງ​ຢຸນໜານ​ຈີນຮ່ວມ​ມື​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​​ພາກ​​ເໜືອ​ຂອງ​ມຽນມາ, ​ໄດ້​ຈັບ​ຕົວ​ທ້າວ​ລິວ​ຈຸ່ນ ​ເຊິ່ງ​ເປັນ​ເປົ້າ​ໝາຍ​ລະດັບAຂອງ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ"ທາງ​ເດີນ​ເຮືອທີ່​ສະຫງົບ"ຂອງ​ຈີນ​ ລາວ​ ມຽນມາ​ ໄທ. ທ້າວ​ລິວ​ຈຸ່ນ​ແມ່ນ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ທີ່​ມີ​ອິດ​ທິພົນ​​ໃຫຍ່​ສົມຄວນ​ຢູ່​ເຂດ​ເໜືອ​ຂອງ​ມຽນມາ, ​ໄດ້​ຈັດ​ຕັ້ງ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈຳນວນ​ຫຼວງ​ຫຼາຍ​ໄປ​ແຂວງ​ຢຸນໜານ​ແລະນະຄອນ​ຈົ່ງ​ກິ່ງຊີງ​ຈີນ​ໃນ​ໄລຍະ​ດົນ​ນານ​ມາ​ນີ້.