ອາ​ເມ​ລິ​ກາ​ແລະ​ຟີ​ລິບ​ປີນ​ເລີ່​ມຈັດການ​ຊ້ອມ​ຮົບ​ຮ່ວມ​ໃນ​ການ​ຍົກ​ພົນ​ຂຶ້ນ​ບົກ

(GMT+08:00) 2013-09-18 18:44:47     cri
ຕາມ​ຂ່າວCRI:ວັນ​ທີ18ກັນຍາ​ນີ້, ທະຫານ​​ເຮືອສູ້​ຮົບ​ທາງບົກ​ຂອງ​​ອາ​ເມ​ລິ​ກາ​ແລະ​ຟີ​ລິບ​ປີນ​ເລີ່​ມຈັດການ​ຊ້ອມ​ຮົບ​ຮ່ວມກ່ຽວ​ກັບ​ການ​ຍົກ​ພົນ​ຂຶ້ນ​ບົກ​ຢູ່ຖານ​ທັບ​ຂອງ​ກອງທັບ​ເຮືອ​ທີ່​ແຂວງ​ຈາມ​ບາ​ເລ​ສເກາະ​ລູຊອນ​ທາງພາກ​ເໜືອ​ຂອງ​ຟີ​ລິບ​ປີນ.

ຍ້ອນ​ວ່າ​ປະຈຸ​ບັນ​ນີ້ອາ​ເມ​ລິ​ກາ​ແລະ​ຟີລິບ​ປີນ​ກຳລັງ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ເພີ່ມ​ຈຳນວນ​ທະຫານ​ອາ​ເມ​ລິ​ກາໄປ​ປະຈຳ​ຢູ່​ຟີ​ລິບ​ປີນ​ແລະ​ການຈັດ​ວາງ​​ເຄື່ອງອຸປະກອນທີ່​ກ່ຽວຂ້ອງ, ​ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາຈະ​ເດີນທາງ​ໄປ​ຢ້ຽມຢາມ​ຟີ​ລິບ​ປີນ​ໃນ​ອີກ3ອາທິດ​ຕໍ່ໜ້າ​, ສະ​ນັ້ນ, ການ​ຊ້ອມ​ຮົບ​ຮ່ວມ​ປີ​ນີ້​ໄດ້​ຮັບ​ການ​ຕິດຕາມ​ຢ່າງ​ໃກ້ຊິດຈາກ​ຝ່າຍ​ຕ່າງໆ.