ກອງທັບ​ລັດ​ຖະບານ​​ຟີ​ລິບ​ປິນ​ໄດ້​ກອບກູ້​ 123 ຄົນ​ທີ່​ຖື​ກກໍາ​ລັງ​ປະກອບ​ອາວຸດ​ຕໍ່ຕ້ານ​ລັດ​ຖະບານ​ຈັບ​ເປັນ​ຕົວ​ປະກັນ

(GMT+08:00) 2013-09-18 14:39:51     cri

ວັນ​ທີ 17 ກັນຍາ​ນີ້, ​ເຈົ້າໜ້າ​ທີ່ທະຫານ​​ຟີ​ລິບ​ປິນ​ກ່າວ​ວ່າ, ​ແຕ່​ຕອນ​ບ່າຍ​ວັນ​ທີ 16 ຫາ​ວັນ​ທີ 17 ກັນຍາ​ນີ້, ກອງ​ຕີພິ​ເສດ​ຂອງກອງທັບ​ລັດ​ຖະບານ​​ຟີ​ລິບ​ປິນ​ໄດ້​ກອບກູ້​ 123 ຄົນ​ທີ່​ຖື​ກກໍາ​ລັງປະກອບ​ອາວຸດ​ແນວ​ໂຮມ​ປົດ​ປ່ອຍຊາດ​​ໂມ​ໂຣຈັບ​ເປັນ​ຕົວ​ປະກັນ ​ແລະ​ໄດ້​ສັງຫານກໍາ​ລັງປະກອບ​ອາວຸດ​ແນວ​ໂຮມ​ປົດ​ປ່ອຍຊາດ​ໂ​ມໂຣ​ໄປ 30 ຄົນ, ສ່ວນກອງທັບ​ລັດ​ຖະບານ​​ຟີ​ລິບ​ປິນ​ມີ 3 ຄົນ​ເສຍ​ຊີວິດ ​ແລະ 10 ຄົນ​​ໄດ້​ຮັບ​ບາດ​ເຈັບ. ​ເຈົ້າ​ໜ້າ​ທີ່​ທະຫານ​​ຟີ​ລິບ​ປິນ​ໃຫ້​ຊາບ​ວ່າ, ທ່ານ​ໂຈ​ສ໌ ຊິ​ກິ​ໂຕ ມາລາ​ໂຢ, ຫົວໜ້າ​​ຕໍາຫລວດ​ເມືອງ​ຊໍາ​​ໂບງ່າ ​ແລະ​ຕໍາຫລວດ 4 ຄົນ​ຖືກກໍາ​ລັງ​ປະກອບ​ອາວຸດ​ແນວ​ໂຮມ​ປົດ​ປ່ອຍຊາດ​​ໂມໂຣຈີ້ຕົວ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນແລ້ວ​ຖືກ​ສົ່ງ​ໄປ​​ເກາ​ະ​ແຫ່ງ​ໜຶ່ງ​ທີ່​ໃກ້​ກັບເມືອງ​ຊໍາ​ໂບງ່າ. ກອງທັບ​ລັດ​ຖະບານ​​ຟີ​ລິບ​ປິນ​ໄດ້​ສົ່ງ​ທະຫານ​​ໄປ​ເກາະ​ດັ່ງກ່າວ​ເພື່ອກອບ​ກູ້​ເປັນ​ການ​ດ່ວນ.

ມາ​ຮອດ​ວັນ​ທີ 17 ກັນຍາ​ນີ້, ການ​ສູ້​ຮົບ​ລະຫວ່ງກອງທັບ​ລັດ​ຖະບານ​​ຟີ​ລິບ​ປິນກັບກໍາ​ລັງປະກອບ​ອາວຸດ​ແນວ​ໂຮມ​ປົດ​ປ່ອຍຊາດ​​ໂມໂຣ​ໄດ້​ເຂົ້າ​ສູ່​ມື້ທີ 9. ​ແລ້ວຕອນ​​ເຊົ້າ​ວັນ​ທີ 9 ກັນຍາ​ນີ້, ກໍາ​ລັງປະກອບ​ອາວຸດ​ແນວ​ໂຮມ​ປົດ​ປ່ອຍຊາດ​​ໂມ​ໂຣປະມານ 200 ຄົນ​ໄດ້​ຂີ່​ເຮືອ​ແລະ​ຂຶ້ນ​ບົກ​ຢູ່ເມືອງ​ຊໍາ​ໂບງ່າທີ່​ເປັນ​ທ່າ​ເຮືອ​ການ​ຄ້າ​ທີ່ຢູ່​ພາກ​​ໃຕ້ຟີ​ລິບ​ປິນ​, ​ໄດ້​ຍຶດ​ເອົາ​ບ້ານ 6 ​ແຫ່ງ ​​ໂດຍ​ມີ​ຈຸດປະສົງເພື່ອ​ຊັກທຸງແນວ​ໂຮມ​ປົດ​ປ່ອຍຊາດ​​ໂມໂຣຂຶ້ນ​ເສົາຢູ່​ຕຶກ​ຫ້ອງການ​​ເຈົ້າ​ຄອງ​ເມືອງ, ​ແຕ່​ວ່າ​ໄດ້​ຮັບ​ການ​ສະ​ກັດ​ກັ້ນຈາກກອງທະຫານແລະ​ຕໍ​າຫລວດ​ປະ​ຈໍ​າທ້ອງ​ຖິ່ນ, ສອງ​ຝ່າ​ຍ​ໄດ້​ເກີດ​ການ​ສູ້​ຮົບກັນ​ຂຶ້ນ​ຢ່າງ​ຮຸນ​​ແຮງ.