ຈີນ​ຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ປະ​ເຊີນ​ກັບ​ປະຫວັດສາດ​​ແລະສະພາບ​ຄວາມ​ເປັນ​ຈິງຢ່າງ​ຖືກຕ້ອງ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ

(GMT+08:00) 2013-09-19 17:36:54     cri

ຕາມ​ຂ່າວສານ​ຊິນ​ຮວາ: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ກັນຍາ​ນີ້, ທ່ານ​ຫົງ​ເຫຼີຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ຈີນຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ປະ​ເຊີນ​ກັບ​ປະຫວັດສາດ​​ແລະສະພາບ​ຄວາມ​ເປັນ​ຈິງຢ່າງ​ຖືກຕ້ອງ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ, ຢຸດຕິ​ການ​ລ່ວງ​ລ້ຳ​ອະທິປະ​ໄຕ​​ເໜືອດິນ​ແດນ​ຂອງ​ຈີນ.

ທ່ານ​ຫົງ​ເຫຼີຍ ກ່າວ​ວ່າ: ວັນ​ທີ 11 ກັນຍາ​ປີ​ກາຍນີ້, ຍີ່ປຸ່ນດຳ​ເນີນ​ການ​ເຄື່ອນ​ໄຫວ "ຊື້​ເອົາ" ​ເກາະ​ຕ້ຽວ​ອີ​ຢ່າງ​ຜິດ​ກົດໝາຍ. ການ​ກະທຳ​ຂອງ​ຍີ່ປຸ່ນໄດ້​ລ່ວງ​ລ້ຳ​ອະທິປະ​ໄຕ​ເໜືອ​ດິນ​ແດນ​ຂອງ​ຈີນ​ຢ່າງ​ໜັກໜ່ວງ, ​ເປັນ​ການ​ທ້າ​ທາຍ​ເກາະ​ຜິດ​ຕໍ່​ລະບຽບ​ການ​ສາກົນທີ່​ກໍ່​ຕົວ​ຂຶ້ນຫຼັງ ສົງຄາມ​ໂລກ​ຄັ້ງທີ​ສອງ, ​ເຮັດ​ໃຫ້​ປະຊາຊົນ​ຈີນຮູ້ສຶກ​ຄຽດ​ແຄ້ນ​ທີ່​ສຸດ, ​ແນ່ນອນ​ກໍ​ຖືກ​ປະຊາຊົນ​ຈີນ​ກ່າວ​ປະນາມ​ຢາງ​ຮຸນ​ແຮງ. ພວກ​ຂ້າພະ​ເຈົ້າຮຽກຮ້ອງ​ໃຫ້​ຍີ່ປຸ່ນ​ຈົ່ງ​ປະ​ເຊີນ​ກັບ​ປະຫວັດສາດ​ແລະ​ສະພາບ​ຄວາມ​ເປັນ​ຈິງ​ຢ່າງ​ຖືກຕ້ອງ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ, ຢຸດຕິ​ການ​ລ່ວງ​ລ້ຳ​ອະທິປະ​ໄຕ​​ເໜືອດິນ​ແດນ​ຂອງ​ຈີນ, ​ໃຊ້​ການ​ກະທຳ​ທີ່​ແທ້​ຈິງ​ເພື່ອ​ຄວບ​ຄຸມ​ແລະ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ, ກຳຈັດ​ອຸປະສັກ​ທີ່​ເປັນສິ່ງ​ກີດ ຂວາງຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທ​ດ.