ອົງການ​ຈັດຕັ້ງ​ຊາວ​ສິງກະ​ໂປ​ເຊື້ອ​ສາຍ​ຈີນ​ຈັດກິດຈະ​ກໍາ​ເພື່ອ​ສະຫລອງບຸນ​ໄຫ​ວ້ພະຈັນ

(GMT+08:00) 2013-09-19 16:37:15     cri

ຕອນ​ຄໍ່າ​ວັນ​ທີ 18 ກັນຍາ​ນີ້, ສິງກະ​ໂປ​ໄດ້​ຈັດກິດຈະ​ກໍາມະ​ໂຫລານທີ່​ຊື່ວ່າ"​ປະຊາຊົນ​ກົມກຽວ​ກັນ​ແລະ​ພັນ​ຄົນ​ຫລິ້ນພະນັນຊີງ​​ເຂົ້າໜົມ​ໄຫວ້​ພະຈັນເພື່ອ​ສະ​ເຫລີ​ມສະຫລອງບຸນ​ໄຫ​ວ້ພະຈັນ" ​ເຊິ່ງມີ​​​ຊາວ​ສິງກະ​ໂປ​ເຊື້ອ​ສາຍ​ຈີນຮຸ້ນເກົ່າແລະຊາວ​ຍົກຍ້າຍ​ມາ​​​ໃໝ່ລວມ​ພັນ​ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ.

ທ່ານ ​ໂລ​ເຣັນສ໌ ວອງ ຊູນ ຊາຍ, ຮັກສາ​ການລັດຖະມົນຕີ​ວ່າ​ການ​ກະຊວງ​ວັດທະນະ​ທໍາ ​ເຂດ​ຊຸ​​ມຊົນແລ​ະຊາວ​ໜຸ່ມ ທັງ​ເປັນລັດຖະມົນຕີ​ວຽກ​ງານ​ການ​ເມືອງ​ຊັ້ນ​ສູງ​ກະຊວງ​ໂທລະ​ຄົມ​ແລະ​ຖະ​ແຫລ​ງຂ່າວ​ສິງກະໂປ ກ່າວ​ຄໍາ​ປາ​ໄສ​ດ້ວຍ​ພາສາ​ຈີນວ່າ, ຄົນ​ຮຸ່ນ​ກ່ອນ​ຂອງ​​ແຂວງ​ຝູຈ້ຽນຈີນ​ໄດ້​ນໍາ​ເອົາ​ຮີດຄອງ​ປະ​ເພນີ​"ຫລິ້ນ​ພະນັນຊິງ​​ເຂົ້າໜົມ​ໄຫວ້​ພະຈັນ" ​ມາ​ຮອດ​ສິງກະ​ໂປ ​​ແລະ​ໄດ້​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ຮີດຄອງ​ປະ​ເພນີຂອງ​ສິງກະ​ໂປ​​ໃນ​ປັດຈຸບັນ. ທ່ານ​ນາງ​ຫລິວ​ຫົງ​​ເໝີຍ, ທີ່​ປຶກສາ​ທູດ​ທັງ​ເປັນ​ກົງສຸນ​ໃຫຍ່​ສະຖານທູດ​ຈີນ​ປະ​ຈໍາ​ສິງ​ກະ​ໂປ​ກ່າວ​ຄໍາ​ປາ​ໄສວ່າ, ງານ​ລາຕີ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຫົວ​ຂໍ້​"ຄວາມ​ກົມກຽວກັນ", ​ປະຊາຊົນຮຸ້ນ​ເກົ່າແລະ​​ຊາວ​ຍົກຍ້າຍ​ມາ​​​ໃໝ່ຂອງ​​​​ໃນ​ວົງ​ການ​ຕ່າງໆ​ຂອງ​ສົງ​ກະ​ໂປໄດ້​ເຕົ້າ​ໂຮ​ມກັນ​ຢ່າງ​ມ່ວນ​ຊື່ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນະ​ໂຍບາຍ​ຄວາມ​ກົມກຽວ​ກັນ​ລະຫວ່າງ​​ເຊື້ອ​ຊາດ​ແລະ​ວັດທະນະ​ທໍາ​ຫລາ​ຍ​ເຄົ້າ​ຂອງ​ສິງກະ​ໂປ.

ໃນ​ກິດຈະ​ກໍາ​ຄັ້ງ​ນີ້, ຊາວ​ຍົກຍ້າຍ​​ຮຸ້ນເກົ່າແລະ​​ຊາວ​ຍົກຍ້າຍມາໃໝ່ຍັງ​ໄດ້​ສະ​ແດງ​ລາຍການ​ຕ່າງໆ​ເຊັ່ນ​ການ​ຮ້ອງ​​ເພງ, ງິ້ວປັກ​ກິ່ງ, ມາຍາ ກົນ, ການ​ຟ້ອນ​ເຕັ້ນ ​ແລ​ະອື່ນໆ ​​ເພື່ອ​ສະ​ເຫລີ​ມສະຫລອງບຸນ​ໄຫ​ວ້ພະຈັນຢ່າງ​ຄຶກຄື້ນ..