ທ່ານ​ຈູ​ມມາລີ ​ໄຊ​ຍະ​ສອນ, ​ເລຂາທິການ​ໃຫຍ່​​ພັກປະຊາຊົນ​ປະຕິວັດລາວ​ຈະ​ຢ້ຽມຢາມ​ຈີນ

(GMT+08:00) 2013-09-20 13:11:39     cri
ວັນ​ທີ 20 ກັນຍາ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫວງ​ຫວາ​ກວ່າ​ງ, ​ໂຄສົກ​ຄະນະ​ພົວພັນ​​ຕ່າງປະ​ເທດ​ ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ປະກາດ​ວ່າ, ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜີ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ,  ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ, ​ເລຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ປະຊາ​ຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ລາວ​ຈະ​​ເດີນທາງ​ມາຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 26 ຫາ​ວັນ​ທີ 30 ກັນຍາ​ນີ້.