ກໍາ​ປັ່ນ​​ບັນທຸກ​​ເຮືອ​ບິນຫລຽວ​ໜິງສໍາ​​ເລັດ​ໜ້າ​ທີ່​ທົດ​ລອງການບິນ​ຢ່າງ​ສະດວກແລະ​ກັບ​ຄືນ​ທ່າ​ເຮືອ

(GMT+08:00) 2013-09-21 16:17:14     cri

ຕອນ​ເຊົ້າ​ວັນ​ທີ 21 ກັນຍາ​ນີ້, ກໍາ​ປັ່ນ​ຫລຽວ​ໜິງທີ່​ເປັນ​ກໍາ​ປັ່ນ​ບັນທຸກ​​ເຮືອ​ບິນ​ລໍາ​ທໍ​າອິດຂອງ​ຈີນ ​ໄດ້ສໍາ​​ເລັດ​ໜ້າ​ທີ່​ທົດ​ລອງການບິນຕາມ​ກໍານົດ​ ​ແລະ​ກັບ​ຄືນ​ທ່າ​ເຮືອ​​ທະຫານ​​ຢູ່​ເມືອງ​ຊີ່​ງຕາວ​ຂອງ​ຈີນ.

ການ​ທົດ​ລອງ​ຄັ້ງ​ນີ້​ມີ​ເຮືອ​ບິນ​ທີ່​ບັນທຸກ​​​ເທິງກໍາ​ປັ່ນ​ໄດ້​ສໍາ​ເລັດການ​ບິນ​ປະ​ເພ​ດຕ່າງໆ​ທັງ​ໝົດຮ້ອຍ​ກວ່າ​​ຖ້ຽວ​ລໍ​າ ​ແລະ​​ໄດ້​ໃຫ້​ຍົນຮົບ J-15 ທີ່​ບັນທຸກ​​​ເທິງກໍາ​ປັ່ນດໍາ​ເນີນ​ການ​ທົດ​ລອງ​ການບິນ​ຫລາຍ​ລາຍການ ​ເຊັ່ນ​ການບິນ​ຂຶ້ນ​ດ້ວຍ​ນໍ້າໜັກ​ຫລາຍ​ທີ່​ສຸດ​ໃນ​ທາງ​ແລ່ນ​ສັ້ນ​ແລະ​ທາງ​ແລ່ນ​ຍາວ, ການ​ສະກັດ​ກັ້ນ​ເຮືອ​ບິນລົງ​ຈອດ​ກໍາ​ປັ່ນ​ດ້ວຍ​ນໍ້າໜັກ​ຫລາຍ​ທີ່​ສຸດ, ການບິນ​ຂຶ້ນ​ແລະ​ລົງຈອດ​​ດ້ວຍອາວຸດຫລາຍ​ຊະນິດ ​ແລະ​ອື່ນໆ ​ໄດ້​ສໍາ​ເລັດການບິນ​ຂຶ້ນ​ແລະ​ລົງ​ຈອດ​ຢ່າງ​ລຽນຕິດ​ໃນ​​ເວລາ​ສັ້ນ​ດ້ວຍ​ຜົນ​ຫລາຍ​ຊະນິດ​ແລະ​ຫລາຍ​ລໍາດ້ວຍ​ສະພາບ​ອາກາດ​ທີ່​ສັບສົນ​. ລະບຽບ​ການ​ບັນຊາ​ການ​ບິນ​ເທິງ​ກໍາ​ປັ່ນໄດ້ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ລະບຽບ​ການ​ປະຕິບັດ​ໜ້າ​ທີ່ຢູ່​ດາດ​ຟ້າຂອງ​ກໍາ​ປັ່ນ​ໄດ້​ຮັບ​ການ​ທົດ​ສອບຢ່າງ​ເຕັມ​ສ່ວນ.

ການ​ເດີນ​ເຮືອ​ຄັ້ງ​ນີ້​ເປັນ​ການ​ທົດ​ລອງ​ການ​ເດີນ​ເຮືອທີ່​ມີເວລາດົນ​ທີ່​ສຸດ​ ​ແ​ລະ​​ໄລ​ຍະ​ທາງການ​ເດີນ​ເຮືອ​​​ໄກທີ່​ສຸດນັບ​ແຕ່ກໍາ​ປັ່ນ​ຫລຽວ​ໜິງ​​ໄດ້ເດີນ​ເຮືອ​ເປັນຄັ້ງ​ທໍາ​ອິດ​ເປັນຕົ້ນ​ມາ.