ຈີນ​ແລະ​ມຽນມາ​ຈັດງານ​ສໍາ​ມະ​ນາ​ກ່ຽວ​ກັບ​ການ​ປູກ​ເຂົ້ານາ​ແລະ​ກາ​ນພັດ​ທະນາ​ແບບ​ຍືນ​ຍົງ​ຂອງ​ຊົນນະບົດ

(GMT+08:00) 2013-09-21 16:19:52     cri

ອາທິດ​ແລ້ວ​ນີ້, "ງານສໍາ​ມະ​ນາວ່າ​​ດ້ວຍ​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເຂົ້ານາແລະ​ຮູບ​ແບ​ບ​ທຸລະ​ກິດ​ເຂົ້າສານ​ແບບ​ສາຍ​ໂສ້" ​ໄດ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫາງ​ໂຈ່​ວ ​ແຂວງ​​ເຈີ້ຈ່ຽງຂອງ​ຈີນ ​ມີ​ຜູ້​ຕາງໜ້າ​ 12 ຄົນທີ່​ມາ​ຈາກ​ລັດຖະບານ, ສະມາຄົມ​ກະ​ສິ​ກອນ, ສະຫະກອນ ຊົນນະບົດແລະອົງການທີ່ບໍ່ຂຶ້ນກັບລັດຖະບານຂອງມຽນມາ ກັບຊ່ຽວຊານນັກວິຊາການດ້ານກະສິກໍາ, ຜູ້ຕາງໜ້າ ຂອງຄອບຄົວປູກເຂົ້ານາ ແລະອື່ນໆຂອງ​ຈີນ ໄດ້ຄົ້ນຄວ້າແລະປຶກສາຫາລືກັນກ່ຽວກັບບັນຫາຕ່າງໆ ເຊັ່ນ​ການ​ປູກ​ເຂົ້ານາຢູ່ມຽນມາ, ການພັດ​ທະນາ​ແບບ​ຍືນ​ຍົງ​ຂອງເຂດຊຸມຊົນຊົນນະບົດຂອງມຽນມາ ແລະອື່ນໆ.

ງານ​ສໍາ​ມະ​ນາ​ຄັ້ງນີ້ຈັດໂດຍສະຖາບັນຄົ້ນຄວ້າສະພາບແວດລ້ອມທົ່ວໂລກ ຫລື GEI ​ເຊິ່ງ​ເປັນ​ອົງການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຂອງ​ຈີນ ​ເຊິ່ງມີ​ເນື້ອ​ໃນ​ລວມທັງ​ຜົນ​ກະທົບ ຂອງ​ໂລກ​າພິວັດ​ຕໍ່​ຊາວ​ກະ​ຊິກ​ອນນ້ອຍ, ນະ​ໂຍບາຍ​ກ່ຽວ​ກັບ​ເຂົ້ານາ, ການ​ທະນາຄານ​ຢູ່ຊົນນະບົດ, ການ​ຮັບຮອງ​ຜະລິດ​ຕະພັນ​ກະ​ສິກໍາປອດ​ສານ​ເຄມີ, ການ​ຮັບຮອງ​ການ​ຄ້າ​ທີ່​ຍຸຕິ​ທໍາ ​ແລະ​ບັນຫາ​ທີ່​ກ່ຽວ​ກັບ​ສາຍ​​ໂສ້​ຄຸນຄ່າເຂົ້ານາ ​ເຊິ່ງລວ​ມທັງ​ການ​ປູກ​​ເຂົ້ານາ, ການ​ປຸງ​ແຕ່​ງ​ແລະ​ຈໍ​າໜ່າຍ​ເຂົ້າ​ສານ ​ແລະ​ອື່ນໆ, ຝ່າຍ​ຈັດຕັ້ງ​ງານ​ສໍາ​ມະ​ນາ​ຄັ້ງ​ນີ້​ຍັງ​ໄດ້​ຈັດຕ​ຕັ້ງ​ໃຫ້​ຄະນະ​ຜູ້​ແທນ​ໄປ​ທັດສະນະ​ສຶກສາ​ຢູ່​ຊົນນະບົດ​ຂອງ​ແຂ​ວງ​ເຈີ້​ຈ່ຽງຂອງ​ຈີນ.