ຊີຣີຍື່ນ​​ໃບ​ບັນທຶກ​ຄວາມລະ​ອຽດຂອງ​ອາວຸດ​ເຄມີ ຝຣັ່ງອາດ​ຈະ​ສະໜອງ​ອາວຸດໃຫ້​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຊີຣີ

(GMT+08:00) 2013-09-22 13:22:08     cri
ຕາມ​ຂ່າວCRI:ວັນ​ທີ20ກັນຍາ​ນີ້, ​ໂຄສົກ​ອົງການການ​ຫ້າມອາວຸດ​ເຄມີຫຼືOPCWກ່າວ​ວ່າ, ລັດຖະບານ​ຊີຣີ​ໄດ້​ຍື່ນ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ລະອຽດ​ຂອງ​ອາວຸດ​ເຄມີ​ພາຍ​ໃນ​ປະ​ເທດຕົນ. ​ໂຄສົກ​ຂອງOPCWຍັງ​ໄດ້​ເປີດ​ເຜີຍ​​ໃນ​ມື້​ດຽວ​ກັນ​ວ່າ, ຄາດ​ວ່າລັດຖະບານ​ຊີຣີ​ຍັງ​ຈະ​ຍື່ນ​ຂໍ້​ມູນກ່ຽວ​ກັບ​ລາຍ​ລະ​ອຽດຂອງ​ອາວຸດ​ເຄມີ​ຫຼາຍ​ກວ່າ​ເກົ່າອີກ, ​ປະຈຸ​ບັນ​ກອງ​​ເລ​ຂາ​ຂອງOPCWກຳລັງ​ຄົ້ນຄວ້າ​ກ່ຽວ​ກັບ​ຕົວ​ເລກທີ່​ກ່ຽວຂ້ອງ​ໃນ​ບົດ​ລາຍ​ງານດັ່ງກ່າວ.

​​ໃນ​ຖານະ​ເປັນຜູ້ສະໜັບສະໜູ​ນ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຊີຣີຢ່າງ​ແຂງ​ແຮງ, ວັດ​ທີ19ກັນຍາ​ນີ້​ທ່ານ​ຟຣັງຊົວ ​ໂອ​ລອງ, ປະທານາທິບໍດີ​ຝຣັ່ງກ່າວ​ຄຳ​ປາ​ໄສ​​ໂດຍ​ກ່າວ​ໃນ​ທາງ​ອ້ອມ​ວ່າ​ຈະ​ສະໜອງ​ອາວຸດ​ໃຫ້​ຝ່າຍ​ຕໍ່ຕ້ານ​ລັດຖະບານ​ຊີຣີ​ໃນ"ຂອບ​ເຂດ​ທີ່ມີ​​ຈຳກັດ". ກ່ຽວ​ກັບ​ເລື່ອງ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຊີຣີ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ມື້​ດຽວ​ກັນ, ​ໂດຍກ່າວ​ປະນາມ​ຕໍ່​ປະ​ເທດ​ຕ​າ​ເວັນ​ຕົກ​ຈຳນວນ​ໜຶ່ງ​ໃຫ້​ທຶນ​ຊ່ວຍ​ເຫຼືອ​ແລະ​ປະກອບ​ອາວຸດ​ໃຫ້​ກຸ່ມປະກອບ​ອາວຸດ​ທີ່​ກ່ຽວ​ພັນ​ກັບ​ອົງການ "ອານ​ເຄດາ" ​ເພື່ອ​ສູ້​ຮົບ​ກັບ​ກອງທັບ​ລັດຖະບານ​ຊີຣີ, ກ່າວ​ວ່າການ​ກະທຳ​ຂອງ​ປະ​ເທ​ດ​ເຫຼົ່າ​ນີ້ແມ່ນ​ຝ່າຝືນ​ກັບ​ມະຕິ​ຕົກລົງ​ການ​ຕໍ່ຕ້ານ​ລັດທິ​ການ​ກໍ່​ກາ​ນຮ້າຍ​ຂອງ​ສະພາຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ.