ຈັດ​ພິທີ​ເປີດ​ປ້າຍສະ​ຖາ​ບັນ​ຂົງ​ຈື້ມະຫາວິທະຍາ​ໄລ​ບາ​ເຊ​ວສະ​ວິສຈັ

(GMT+08:00) 2013-09-22 13:45:51     cri
ຕາມ​ຂ່າວCRI:ວັນ​ທີ21ກັນຍາ​ນີ້, ສະ​ຖາ​ບັນ​ຂົງ​ຈື້ມະຫາວິທະຍາ​ໄລ​ບາ​ເຊ​ວ​ໄດ້​ຈັດ​ພິທີ​ເປີດ​ປ້າຍ​ຢູ່​ເມືອງ​ບາ​ເຊ​ວຂອງ​ສະ​ວິສ, ​ເຊິ່ງ​ເປັນ​ຂົວອີກ​ແຫ່ງ​ໜຶ່ງ​ເພື່ອ​ຂະຫຍາຍການ​ສຶກສາ​​ພາສາ​ຈີນ​ຂອງ​ສະ​ວິສແລະ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​-ສັງຄົມລະຫວ່າງ​ຈີນ​ແລະ​ສະ​ວິສ.

ສະ​ຖາ​ບັນ​ຂົງຈື້​ແຫ່ງ​ນີ້​ແມ່ນ​ສະ​ຖາ​ບັນ​ຂົງຈື້​ແຫ່ງ​ທີ2ທີ່​​ໄດ້ສ້າງ​ຕັ້ງຂຶ້ນ​ຢູ່​ສະ​ວິສນອກຈາກ​ສະ​ຖາ​ບັນ​ຂົງຈື້ມະ​ຫາ​ວິທະຍາ​ໄລ​ເຊີ​ແນວ, ກໍ່​ແມ່ນສະຖານ​ບັນ​ຂົງຈື້​ແຫ່ງ​ທຳ​ອິດຢູ່​ເຂດ​ໃຊ້​ພາສາ​ເຢຍລະ​ມັນ​ຂອງ​ສະ​ວິສ​.

ຂ່າວ​ແຈ້ງວ່າ, ສະ​ຖາ​ບັນ​ຂົງຈື້ນ​ອກຈາກ​ຕັ້ງ​ໃຫ້​ມີ​ຫຼັກສູດ​ລະດັບ​ສູງ​ສຳລັບ​ນັກ​ສຶກສາທີ່​ມີພື້ນຖານ​ດ້ານ​ພາສາ​ຈີນ​ແລ້ວ, ກໍ່​ຈະ​ມີ​ຫຼັກສູດ​ເລືອກ​ຮ່ຳຮຽນ​ສຳລັບ​ຊາວ​ຈີນ​ແລະຄູ​ອາຈານ​ສະ​ວິສທີ່​​ສອນ​ພາສາ​ຈີນ, ​ແລະ​ພະຍາຍາມ​ພັດທະນາ​ເວທີ​ການ​ແລກປ່ຽນ​ດ້ານວິຊາ​ການ, ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ກ່ຽວ​ກັບຜົນ​ການ​ຄົ້ນຄວ້າດ້ານ​ວິຊາ​ການ​ລະຫວ່າງ​ຈີນ​ແລະ​ສະ​ວິສ. ນອກ​ນີ້, ສະ​ຖາ​ບັນ​ຂົງ​ຈື້ສອງ​​ແຫ່ງ​ຢູ່​ສະ​ວິສກໍຈະ​​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ໃນດ້ານ​ການ​ສິດສອນ, ການ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ແລະ​ອື່ນໆ.