ມຽນມາ​ຈະ​ຈັດການ​ສົນທະນາທາງ​ການ​ເມືອງ​ທົ່ວ​ປະ​ເທດ​ໃນ​ຕົ້ນ​ປີໜ້າ ເພື່ອ​ບັນລຸ​ເປົ້າ​ໝາຍ​ສ້າງຄວາມ​ປອງດອງ​ຊາດ

(GMT+08:00) 2013-09-23 14:36:34     cri
ຕາມ​ຂ່າວCRI:ທ່ານ​ອາງມິນ, ຮອງ​ປະທານ​ຄະນະ​ກຳມະການ​ວຽກ​ງານ​ສັນຕິພາບ​ສູນ​ກາງ​ມຽນມາ, ລັດ​ຖະ​ມົນ​ຕີ​ປະ​ຈຳ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ໃນ​ວັນ​ທີ21ກັນຍາ​ນີ້​ວ່າ, ​ໃນ​ຕົ້ນ​ປີ2014ຈະ​ຈັດການ​ສົນທະນາ​ທາງ​ການ​ເມືອງ​ທົ່ວ​ປະ​ເທດ, ​ເພື່ອ​ບັນລຸ​ເປົ້າ​ໝາຍ​ສ້າງ​ຄວາມປອງ​ດອງ​ພາຍ​ໃນ​ຊາດ.

ກຸ່ມຊົນ​ເຜົ່າ​ສ່ວນ​ໜ້ອຍ, ພັກ​ການ​ເມືອງ​ແລະ​ອົງການ​ຈັດ​ຕັ້ງ​ທາງສັງຄົມປະມານ50ກຸ່ມໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ການ​ສ້າງ​ຄວາມ​​ໄວ້​​ເນື້ອ​ເຊື່ອ​ໃຈ​ຕໍ່​ກັນຢູ່​ນະຄອນ​ຕູ​ງກີໃນ​ວັນ​ທີ21ກັນຍາ​ນີ້. ​ທ່ານ​ອາງ​ມິນ​ກ່າວ​ວ່າ, ​ໃນ​ກຸ່ມປະກອບ​ອາວຸດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ16​ກຸ່ມ, ມີ14​ກຸ່ມ​ໄດ້​ເຊັນສັນຍາ​ສັນຕິພາບ​ເບື້ອງ​ຕົ້ນ​ທີ່​ລວມທັງ​ເນື້ອ​ໃນ​​ຢຸດ​ຍິງ​ກັບ​ລັດຖະບານ​ມຽນມາ​ແລ້ວ, ອີກ2​ກຸ່ມແມ່ນ​ອົງການ​ຄາ​ຊິນ​ເອກະລາດ​ແລະ​ກຸ່ມເສັ້ນທາງ​ປົ​ດປ່ອຍ​ພາລາ​ງ. ລັດຖະບານ​ຈະ​ຈັດການ​ເຈລະຈາ​ໂດຍ​ສັນຕິ​ທີ່​ມີລະດັບ​ສະຫະພັນ​ກັບ​ອົງການ​ຄາ​ຊິນ​ເອກະລາດ​ໃນ​ຕົ້ນ​ເດືອນ​ຕຸລາໜ້າ​ນີ້​.

ໃນ​ຕອນ​ບ່າຍ​ມື້​ດຽວ​ກັນ, ທ່ານ​ອາງມິນ​ຍັງ​ໄດ້​ເຂົ້າ​ຮ່ວມ​ກິດຈະກຳ​ລະ​ລຶກວັນສັນຕິພາບ​ສາກົນ​ທີ່​ຈັດຂຶ້ນ​ຢູ່​ນະຄອນ​ຢາງ​ກຸງ, ​ແລະ​ກ່າວ​ຄຳ​ປາ​ໄສ​ໂດຍ​ຮຽກຮ້ອງ​ໃຫ້​ຊາວ​ໜຸ່ມ​ຈົ່ງຕັ້ງໜ້າ​ເຂົ້າ​ຮ່ວມ​ຂະ​ບວນການສັນຕິພາບ​ຂອງ​ປະ​ເທດຊາດ.