ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ​ພົບ​ປະ​ກັບ​​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ

(GMT+08:00) 2013-09-23 14:38:39     cri
ຕາມ​ຂ່າວCRI: ວັນ​ທີ22ກັນຍາ​ນີ້, ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ເວລາ​ພົບ​ປະ​ກັບ​ທ່ານບັນ​ກິ​ມູນ, ​ເລຂາທິການ​​ໃຫຍ່ອົງການ​ສະຫະ​ປະຊາ​ຊາດ​ທີ່​ນະຄອນ​ນິວຢອກ​ວ່າ, ອົງການ​ສະຫະ​ປະຊາ​ຊາດ​ແມ່ນ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ມີອິດ​ທິພົນ​ແລະລັກສະນະ​ຕົວ​ແທນ​ຫຼາຍ​ທີ່​ສຸດ, ຈີນ​ສະໜັບສະໜູນອົງການ​ສະຫະ​ປະຊາ​ຊາດ​ເສີມ​ຂະຫຍາຍ​ບົດບາດທີ່​ສຳຄັນ​ເພື່ອປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ.


ກ່ຽວກັບ​ບັນຫາ​ອາວຸດ​ເຄມີ​ຂອງ​ຊີຣີ​ໃນ​ປະຈຸ​ບັນ​ນີ້, ທ່ານ​ຫວາງ​ອີ້​ກ່າວ​ວ່າ, ສະພາ​ຄວາມ​ໝັ້ນຄົງ​ຄວນ​ແກ້​ໄຂ​ຄວາມ​ຂັດ​ແຍ້ງກັນ, ບັນລຸ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ, ສົ່ງ​ສັນຍານ​ທີ່​ສາມັກຄີ​ແລະ​ເປັນ​ເອກະສັນ​ກັນຕໍ່​ພາຍ​ນອກ, ສະໜັບສະ​ໜູນ​ໃຫ້​ອົງການ​ຫ້າມອາວຸດ​ເຄມີ​ຫຼືOPCW​ເລີ່​ມດຳ​ເນີນ​ການ ກວດກາ​ແລະ​ທຳ​ລາຍ​ອາວຸດ​ເຄມີ​ຢ່າງພາວະ​ວິ​ໄສ, ຍຸດຕິ​ທຳ​ແລະ​ເປັນ​ວິຊາ​ການ, ຈີນ​ຍິນ​ດີ​ສົ່ງ​ຜູ້​ຊ່ຽວຊານ​ເຂົ້າ​ຮ່ວມ​ວຽກ​ງານ​ທີ່​ກ່ຽວຂ້ອງ. ທ່ານ​ຫວາງ​ອີ້​ຍັງ​ກ່າວ​ວ່າ, ​ເບິ່ງ​ຈາ​ກໄລຍະ​ຍາວ​ແລ້ວ​ເຫັນ​ວ່າ, ການ​ແກ້​ໄຂ​ບັນຫາທາງ​ການ​ເມືອງ​ແມ່ນ​ທາງ​ອອກ​ພຽງ​ໜຶ່ງດຽວ​ຂອງ​​ຊີຣີ, ການ​ທຳລາຍ​ອາວຸດ​ເຄມີ​ແລະ​ຂະ​ບວນການ​ທາງການ​ເມືອງ​ຄວນ​ດຳ​ເນີນ​ພ້ອມ​ກັນ, ຈີນ​ຍິນ​ດີ​ເສີມ​ຂະ​ຫຍາ​ຍບົດບາດ​ຢ່າງ​ຕັ້ງ​ໜ້າ​ແລະ​ມີ​ລັກສະນະ​​ສ້າງສັນ​ໃນ​ຂະ​ບວນການນີ້.

ກ່ຽວ​ກັບ​ບັນຫາ​ການ​ພັດທະນາ, ທ່ານ​ຫວາງ​ອີ້​ກ່າວ​ວ່າ, ບັນຫາ​ການ​ພັດທະນາ​ແມ່ນ​ຫົວ​ຂໍ້​ຂອງ​ສະມາດ​ຊາໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ປີ​ນີ້, ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ໂດຍ​ສະ​ເພາະ​ປະ​ເທດ​ທີ່​ກຳລັງ​ພັດທະນາ. ຈີນ​ກຳລັງ​​ເດີນ​ຕາມ​ເສັ້ນທາງ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢ່າງ​​ເດັດດ່ຽວ, ​ເຊິ່ງຈະ​ສ້າງ​ຄວາມສຸກ​ໃຫ້​ປະຊາຊົນ​ຈີນ​ຈຳນວນ1ຕື້3ຮ້ອຍ​ລ້ານ​ຄົນ​ກ່ອນ, ​ເຊິ່ງສອດຄ່ອງ​ກັບກະ​ແສ​ແປວ​ກະ​ແສ​ແລະ​ທິດ​ທາງ​ການ​ພັດທະນາ​ຂອງ​ໂລ​ກ.

ທ່ານ​ບັນ​ກິ​ມູນ​ຍັງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ເສີມຂະຫຍາຍ​ບົດບາດ​ຢ່າງ​ຕັ້ງໜ້າ​ແລະປະກອບສ່ວນ​​ເຂົ້າ​ໃນ​ວຽກ​ງານ​ຂອງສະຫະ​ປະຊາ​ຊາດ. ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະຖານະ​ການ​ແຫຼມ​ເກົາຫຼີ, ອັຟກາ​ນີສະຖານ, ການ​ປ່ຽນ​ແປງ​ດ້ານ​ດິນ​ຟ້າ​ອາກາດ​ແລະ​ບັນຫາອື່ນໆ.