​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາ​​ດ​ແລະ​ສັນ​ນິບາດ​ປະ​ເທດອາ​ຣັບຮຽກ​ຮ້ອງ​ໃຫ້​ຍຸດຕິ​ການ​ປະ​ທະ​ກັນ​ຢູ່​ຊີ​ຣີ​ໂດຍ​ໄວ

(GMT+08:00) 2013-09-23 10:51:44     cri

ວັນ​ທີ 22 ກັນຍາ​ນີ້, ທ່ານ​ບານ​ກີ​ມູນ, ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາ​​ດ ​ໄດ້​ພົບ​ປະ​ກັບ​ທ່ານ ນາ​ບີນ ​ເອນ-ອາຣາບີ, ເລຂາທິການ​​ໃຫຍ່​ສັນ​ນິບາດ​ປະ​ເທດອາຣັບ​ຢູ່ສໍານັກ​ງານໃຫຍ່ຂອງອົງການ​ສະຫະ​ປະຊາ​ຊາ​​ດຢູ່ນະຄອນນິວຢອກ. ສອງຝ່າຍໄດ້ກ່າວເນັ້ນວ່າຄວນ ຍຸດຕິ​ການ​ປະ​ທະ​ກັນ​​ແບບ​ນອງ​ເລືອດຢູ່​ຊີ​ຣີແລະຕອບ​ສະໜອງ​ຕາມຄວາມຮຽກຮ້ອງຕ້ອງການດ້ານມະນຸ​ດສະ​ທໍາ​ໃນ​ປະ​ເທດ​ນີ້ໂດຍ​ໄວ.

ຫ້​ອງການ​ໂຄສົກເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະຊາ​ຊາ​​ດກ່າວ​ວ່າ, ​ໃນ​​ເວລາ​ພົບ​ປະກັນ, ທ່ານ​ບານ​ກີ​ມູນ​ແລະ​ທ່ານ ອາຣາບີ ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ສະຖານະ​ການ​ຂອງ​ຊີ​ຣີແລະ​ລີ​ບີ ​ແລະ​ຂະ​ບວນການ​ສັນຕິພາບ​ຂອງ​ພາກ​ຕາ​ເວັນ​ອອກ​ກາງ. ທ່ານ​ບານ​ກີ​ມູນ​ໄດ້​ສະ​ແດງ​ຄວາມ​ຊົມ​​ເຊີຍຕໍ່​ຄວາມ​ຄືບ​ໜ້າ​ຂອງ​ບັນຫາ​ຊີ​ຣີ ​ແລະ​ກ່າວ​ຢໍ້າວ່າ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງອົງການ​ສະຫະ​ປະຊາ​ຊາ​​ດ​ກັບ​ສັນ​ນິບາດ​ປະ​ເທດອາຣັບມີ​ຄວາ​ມສໍາຄັນ​ທີ່​ສຸດ.