ເຫດການ​ຫລອນ​ໂຈມ​ຕີ​ຢູ່​ເຄັນ​ຢາຢ່າງ​ໜ້ອຍ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ 68 ຄົນ​ເຊິ່ງລວມທັງ​ພົນ​ລະ​ເມືອງ​ຈີນຜູ້​ໜຶ່ງ​

(GMT+08:00) 2013-09-23 11:21:38     cri

​ເຫດການ​ຫລອນ​ໂຈມ​ຕີທີ່​​ເກີດ​ຂຶ້ນ​ຢູ່​​ສູນ​ການ​ຄ້າ​ເວດ​ສ​ແກັດຂອງ​ນະຄອນຫລວງ​​ໄນ​ໂຣ​ບີ​ຂອງ​ເຄັນ​ຢາ​ໃນ​ຕອນ​ເຊົ້າ​ວັນ​ທີ 21 ກັນຍາ​ນີ້​​ ຢ່າງ​ໜ້ອຍໄດ້​ເຮັດ​ໃຫ້​ຜູ້​ເສຍ​ຊີວິດ​ 68 ຄົນ ​ແລ​ະ 200 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ. ປັດຈຸບັນ​ນີ້, ທະຫານ​ແລະ​ຕໍາຫລວດເຄັນ​ຢາ ​ແລ​ະກໍາລັງ​ປະກອບ​ອາວຸດ​ຍັງ​ຢູ່​ໃນ​ສະພາບ​ປະ​ເຊີນ​ໜ້າ​ກັນຢູ່ ​ແລ​ະມີ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ມີ​ຜູ້​ເສຍ​ຊີວິດ​ແລະ​ຮັບ​ບາດ​ເຈັບ​​ເພີ່ມ​ຂຶ້ນອີກ.

ວັນ​ທີ 22 ກັນຍາ​ນີ້, ສະຖານທູດ​ຈີນ​ປະ​ຈໍາເຄັນ​ຢາ​ຢືນ​ຢັນ​ວ່າ​ມີ​ພົນ​ລະ​ເມືອງ​ຈີນຜູ້​ໜຶ່ງ​​ໄດ້​ເສຍ​ຊີວິດ​ໃນເຫດການ​ຫລອນ​ໂຈມ​ຕີຢູ່ສູນ​ການ​ຄ້າ​ແຫ່ງ​ນີ້. ຜູ້​ເສຍ​ຊີວິ​ດດັ່ງກ່າວ​ເປັນ​​ແມ່ຍິງ, ອາຍຸ 38 ປີ. ລູກ​ຊາຍ​ຂອງຜູ້​ເສຍ​ຊີວິ​ດກໍໄດ້​ຮັບ​ບາດ​ເຈັບ​ໃນ​​ເຫດ​ການ​ດັ່ງກ່າວນີ້, ປັດຈຸບັນ​ນີ້​ກໍາລັງ​ຮັບ​ການ​ປິ່ນປົວ​ຢູ່​​ໂຮງໝໍ ​ແລະ​ອາການບາດ​ເຈັບ​ບໍ່​ມີ​ຄວາມ​ຮ້າຍ​ແຮງ​​ປານ​ໃດ.

ວັນ​ທີ 22 ກັນຍາ​ນີ້, ທ່ານ​ຫົງ​​ເຫລີ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​​ເດັດດ່ຽວຄັດຄ້ານ​ລັດທິ​ກໍ່​ການ​ຮ້າຍ​ທຸກ​ຮູບ​ການ​, ​ແລະກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່ເຫດການ​ຫລອນ​ໂຈມ​ຕີ​ແບບກໍ່ການ​ຮ້າຍ​ຢູ່ນະຄອນຫລວງ​​ໄນ​​ໂຣ​ບີຂອງ​ເຄັນ​ຢາ, ​ໄວ້ອາ​ໄລ​ດ້ວຍ​ຄວາມ​ເສົ້າ​ສະຫລົດໃຈ​ຕໍ່​ຜູ້​ເສຍ​ຊີວິດ​ໃນ​​ເຫດການ​ນີ້, ​ແລະ​ສະ​ແດງ​ຄວາ​ມ​ເຫັນ​ໃຈຕໍ່​ຍາດຕິ​ພີ່​ນ້ອງ​ຂອງ​ຜູ້​ເສຍ​ຊີວິດ​ແລະ​ຜູ້​ຮັບ​ບາດ​ເຈັບ.

ນັບ​ແຕ່​​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ເປັນ​ຕົ້ນມາ, ທ່ານ​ບານ​ກີ​ມູນ ​ເລຂາທິການ​​ໃຫຍ່​ອົງການ​ສະຫະ​ປະ​ຊາ​ຊາ​ດ, ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະ​ຊາ​ຊາ​ດ, ສະຫະພາບ​ອາ​ຝຼິກາ, ລັດ​ຖະບານ​ອາ​ເມ​ລິ​ກາ, ຝຣັ່ງ, ກາ​ນາ​ດາ ​ແລະ​​ປະ​ເທດ​ອື່ນໆ​ໄດ້​ອອກ​ຖະ​ແຫລ​ງການ​​ເພື່ອ​ກ່າວ​ປະນາມ​ຢ່າງ​ຮຸນ​​ແຮງ​ຕໍ່​​ເຫ​ດການ​ຫລອນ​ໂຈມ​ຕີ​ດັ່ງກ່າວ​ທີ່​ແນ​ໃສ່​ພົນລະ​ເມືອງ​ແລະ​ສະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ຕໍ່​ຜູ້​ເສຍ​ຊີວິດ.

"ຂະ​ບວນການ​ຊາວ​ໜຸ່ມອິດ​ສະ​​ແລມ​​"ທີ່​ເປັນກໍ​າລັງ​ປະກອບ​ອາວຸດ​ຕໍ່​ຕ້ານ​ລັດ​ຖະບານ​ໂຊ​ມາລີ​ໄດ້​​ເປີດ​ເຜີຍ​ຜ່ານ​microblogວ່າ​ຕົນ​​ເອງ​ໄດ້​ວາງ​ແຜນ​ແລະ​ກໍ່​ເຫດການຫລ​ອນ​ໂຈມ​ຕີ​ດັ່ງກ່າວ.