ປະທານາທິບໍດີ​ອີຣານກ່າວ​ວ່າ ປະ​ເທດ​ຕາ​ເວັນ​ຕົກ​ຕ້ອງ​ຍອມຮັບ​ສິດ​ກັ່ນ​​ເອົາ​ທາດ​ຢູ​ເຣນຽ​ມຂຸ້ນຂອງ​ອີຣານ

(GMT+08:00) 2013-09-23 16:52:35     cri

ວັນ​ທີ 22 ກັນຍາ​ນີ້, ທ່ານ​ຮາ​ຊານ ​ໂຣຮາ​ນີ, ປະທານາທິບໍດີ​ອີຣານກ່າວ​ວ່າ​ປະ​ເທດຕາ​ເວັນ​ຕົກ​ຕ້ອງ​ຍອມຮັບສິດ​ກັ່ນ​​ເອົາ​ທາດ​ຢູ​ເຣນຽ​ມຂຸ້ນ.

ໃນ​​​ພິທີ​​ເດີນ​ສວນສະໜາມ​ສະ​ແດງ​ກໍາລັງ​ຂອງ​ອີຣານ​​ໂອກາດ​"ສັບປະດາ​ປ້ອງ​ກັນ​ປະ​ເທດ"​ອີຣານ​ໃນ​ມື້​ດຽວ​ກັນ, ທ່ານ ໂຣຮາ​ນີກ່າວ​ວ່າ, ການ​ກັ່ນ​​​ເອົາ​ທາດ​ຢູ​ເຣນຽ​ມຂຸ້ນເປັນ"ສິດທີ່​ຕັດ​ຮອນ​ບໍ່​ໄດ້"​ຂອງອີຣານ​, ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກຄວນ​ຍອມຮັບສິດຂອງ​ອີ​ຣານວ່າ​ດ້ວຍ​ການ​ກັ່ນ​​ເອົາ​ທາດ​ຢູ​ເຣນຽ​ມຂຸ້ນໃນ​ດິນ​ແດນ​ຂອງ​ຕົນ​ພາຍ​​ໃຕ້​ຂອບ​ຫລັກ​ມາດຖານ​ແລະ​ສົນທິສັນຍາ​ສາກົນ​.

ທ່ານ ໂຣຮາ​ນີກ່າວ​ເນັ້ນ​ວ່າ, ອີຣານບໍ່​ມີ​ແຜນ​ຈະ​ຄົ້ນຄວ້າ​ແລະ​ຜະລິດ​ອາວຸດ​ທີ່​ມີ​ອະນຸ​ພາບທໍາລາຍ​ຂະໜາດ​​ໃຫຍ່, ອີຣານມີ​ຄວາມ​ຫວັງ​ໃນ​ການສະ​ແຫວ​ງຫາ​ກາ​ນພັດທະນາ​ຂອງ​ເສດຖະກິດ​ສັງຄົມ​​ໂດຍ​ຜ່ານ​ແຜນ​ນິວ​ເຄຼຍດ້ານພົນ​ລະ​ເຮືອນ. ອີຣານ​ເປັນ​ປະ​ເທດ​ທີ່​ນິຍົມ​ສັນຕິພາບ, ມີ​ເຫດຜົນ​ແລະ​ໄມຕີ​ຈິດ​ມິດຕະພາບ, ຈະ​ບໍ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ອ້ອມ​ຂ້າງ​​ແຕ່​ຢ່າງ​ໃດ. ອີຣານ​ໄດ້​ກຽມພ້ອມ​ຈະ​ຈັດການ​ເຈ​ລະ​ຈາ​ກັບ​​ປະ​ເທດຕາ​ເວັນ​ຕົກ​ໂດຍ​ບໍ່​ມີ​ເງື່ອນ​ໄຂ, ​ແຕ່​ວ່າ"ການ​ເຈ​ລະ​ຈາຄວນຢູ່​ບົນ​ພື້ນຖານ​ສະ​ເໝີ​ພາບ​​ແລະ​ເຄົາລົບ​ນັບຖື​​ເຊິ່ງກັນ​ແລະ​ກັນ".

ວັນ​ທີ 22 ກັນຍາ​ນີ້, ທ່ານ ໂຣຮາ​ນີຈະ​ເດີນທາງ​ອອກ​ຈາກ​ນະຄອນຫລວງ​​ເຕ​ຮາຣານ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໃຫຍ່​ອົງການ​ສະຫະ​ປະ​ຊາ​ຊາດ​ຄັ້ງ​ທີ 68 ທີ່​ຈະຈັດ​ຂຶ້ນ​ຢູ່​ນະ​ຄອນ​ນິວຢອກ​ຂອງ​ອາ​ເມ​ລິ​ກາ.