ກະສັດ​ກໍາປູ​ເຈຍຊົງ​ປະກາດ​ເປີດ​ສະພາ​ແຫ່ງ​ຊາດ​ຊຸດໃໝ່

(GMT+08:00) 2013-09-23 17:19:37     cri

ຕອນ​ເຊົ້າວັນ​ທີ 23 ກັນຍາ​ນີ້, ສົມ​ເດັດນະ​ໂຣດົມ ສີ​ຫາ​ໂມ​ນີ ກະສັດ​ກໍາປູ​ເຈຍ​ໄດ້ຊົງ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກສະພາ​ແຫ່ງ​ຊາດສະ​​ໄໝທີ 5 ​ແລະ​ຊົງປະກາດ​ເປີດ​ສະພາ​ແຫ່ງ​ຊາດ​ຊຸດໃໝ່. ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ຂອງ​ພັກ​ຝ່າ​ຍຄ້ານພາກັນ​ບໍ່​​ເຂົ້າ​ຮ່ວມພິທີ​ໄຂ​ກອງ​ປະຊຸມດັ່ງກ່າວ.

​ຜູ້​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ 68 ຄົນ​ຂອງ​ພັກ​ປະຊາຊົນ​ກໍາປູ​ເຈຍ​ເຊັ່ນ​ທ່ານ ​ເຮັ​ງ ຊໍາຣິນ, ປະທານພັກ​ປະຊາຊົນ​ກໍາປູ​ເຈຍ ​ແລະ​ທ່ານ​ຮຸນ​ແຊນ, ຮອງ ປະທານພັກ​ປະຊາຊົນ​ກໍາປູ​ເຈຍ ​ແລະທ່ານ​ອື່ນໆ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ. ສົມ​ເດັດ ສີ​ຫາ​ໂມ​ນີ​ໄດ້ຊົງ​ສະ​ແດງ​ຄວາມ​ຂອບ​ໃຈ​ແລະ​ຊົມ​ເຊີຍ​ຕໍ່​ຜູ້​ທີ່​ໄດ້​ຮັບ​ການ​ເລື​ອກຕັ້ງ​ເປັນສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​​ເຂົ້າຮ່ວມກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກສະພາ​ແຫ່ງ​ຊາດ​ໃນ​ພິທີ​ໄຂ​ກອງ​ປະຊຸ​ມ, ​ແລະ​ຮຽກຮ້ອງ​ໃຫ້ສະມາຊິກ​ສະພາ​ແຫ່ງ​ຊາດ​​ໃຫ້​ຄວາມ​ສໍາຄັນ​ຕໍ່​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ພະຍາຍາມ​ສ້າງສາ​ປະ​ເທດ​ຊາ​ດ ​ເພື່ອ​ບັນ​ລຸ​ຄວາມ​ຈະ​​ເລີ​ນ​ແລະ​ເຂັ້ມ​ແຂງ. ພະ​ອົງ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ​​​ແລະ​ປວງ​ຊົນຊຸກຍູ້​ການ​ສ້າງ​ສາ​ຄວາມຍຸຕິ​ທໍາ​ຂອງສັງຄົມແລ​ະຕຸລາການ, ຊຸກຍູ້​ການ​ສ້າງສາ​ການ​ປົກຄອງ​​ທີ່ຊື່ສັດ​ບໍລິສຸດ,​ເພີ່ມ​ທະວີ​ການ​ປະຕິ​ຮູບ​ດ້ານ​ຕຸລາການ ບົນ​ພື້ນຖານ​ຈິດ​ໃຈ​ປົກຄອງ​ດ້ວຍ​ກົດໝາຍ​ແລະ​ປະຊາ​ທິປະ​ໄຕ​ທີ່​ສ້າງຕັ້ງ​ຂຶ້ນໃນປີ 1993 ດ້ວຍ​ຈິດ​ໃຈຄວາມ​ສາ​ມັກ​ຄີ​ຊາດ.

ວັນ​ທີ 22 ກັນຍາ​ນີ້, ຜູ້​ທີ່​ໄດ້​ຮັບ​ການ​ເລື​ອກຕັ້ງ​ເປັນສະມາຊິກ​ສະພາ​ແຫ່ງ​ຊາດຂອງ​ພັກ​ກູ້​ຊາດ 55 ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ເມືອງ​ສຽມ​ລຽບ​ພາຍ​ໃຕ້​ການ​ນໍາພາ​ຂອງ​ທ່ານ​ສົມ​ລັງ​ສີ, ປະທານພັກ​ກູ້​ຊາດ ​ແລະ​ສາບານ​ຕົວ​ຕໍ່​ສັນຍາ​ລັກສົມ​ເດັດນະ​ໂຣດົມ ​ສີ​ຫາ​ນຸ, ກະສັດ​ພະ​ອົງກ່ອນ​ທີ່​ໄດ້​ສິ້ນ​ພະ​ຊົນ​ແລ້ວ​ວ່າ, ຈະ​ບໍ່​ເຂົ້າ​ຮ່ວມກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກສະພາ​ແຫ່ງ​ຊາດ​ຊຸດໃໝ່​ທີ່​ຈັດຂຶ້ນ​ໃນ​ວັນ​ທີ 23 ກັນຍາ​ນີ້.