21ຈັງຫວັດ​ໄທ​ໄດ້​ຮັບ​ຜົນກະທົບຈາກ​ໄພ​ນ້ຳ​ຖ້ວມ

(GMT+08:00) 2013-09-24 15:23:36     cri
ຕາມ​ຂ່າວCRI:ນັບ​ແຕ່​ເດືອນ​ກໍລະກົດ​​ປີ​ນີ້ເປັນ​ຕົ້ນ​ມາ, ​ໄດ້​ເກີດ​ໄພ​ນ້ຳຖ້ວມ​ຢູ່​ໄທ​ຢ່າງ​ຕໍ່​ເນື່ອງ, ​ຫຼາຍ​ກວ່າ1ສ່ວນ4​ຂອງ​ເນື້ອ​ທີ່ໄດ້​ຮັບຜົນ​ກະທົບ, ຈຳນວນ​ຄົນ​ທີ່​ປະສົບ​ໄພ​ຫຼາຍ​ກວ່າ6​ແສນ​ຄົນ. ລັດຖະບານ​ໄທ​ໄດ້ປະກາດ​ເຕືອນ​ໄພ​ທີ່​ກ່ຽວຂ້ອງ​ແລະ​ເລີ່​ມປະຕິບັດ​ມາດ​ຕະການຍົກຍ້າຍຜູ້​ປະສົບ​ໄພ​ໃນ​ວັນ​ທີ23ກັນຍາ​ນີ້.

ທ່ານ​ຊັດ​ໄຊ ພົມ​ເລີດ, ຫົວໜ້າ​ກົມປ້ອງ​ກັນ​​ແລະ​ຫຼຸດຜ່ອນ​ໄພພິບັດ​ຂອງ​ໄທ​ກ່າວ​ວ່າ, ປະຈຸ​ບັນ​ນີ້​ຢູ່​ທົ່ວ​ປະ​ເທດ​ໄທ​ມີ21ຈັງຫວັດ​ໄດ້​ປະສົບ​ໄພ​ນໍ້າຖ້ວມ, ລັດຖະບານ​ໄດ້​ປະກາດ​ຄຳ​ເຕືອນ​ກ່ຽວ​ກັບ​ໄພ​ທຳ​ມະ​ຊາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ​​ແລະ​ເຕືອນ​ໃຫ້​ເຮືອ​ຢູ່​ອ່າວ​ໄທ​ລະມັດລະວັງ. ​ເຂດປູກ​ເຂົ້າ​ຕົ້ນຕໍ​ຂອງ​ໄທ​, ​ເຂດ​ອຸດສາຫະກຳ​ຂະໜາດ​ໃຫຍ່​ຢູ່ຈັງຫວັດ​ອາຍຸ​ດທະ​ຢາ​​ແລະ​ຈັງຫວັດ​ອື່ນໆ​ຢູ່ພາກ​​ເ​ໜືອກໍ​ຖືກ​ນ້ຳ​ຖ້ວມ​ເຊັ່ນ​ກັນ. ລັດຖະບານ​ໄດ້​ສະໜອງ​ການ​ຊ່ວຍ​ເຫຼືອ​ໃຫ້ພົນລະ​ເມືອງ​ຢູ່​ເຂດ​ປະສົບ​ໄພ, ລວມທັງ​ການ​ສະໜອງ​ເສື້ອ​ຊູຊີບແລະ​ເຮືອ, ​ແລະ​ເຕືອນ​ໃຫ້​ພົນະລ​ະ​ເມືອງ​ທີ່​ອາ​ໄສ​ຢູ່​ບ່ອນ​ຕ່ຳ​ຍົກຍ້າຍ​ອອກ​ໄປ​ຢູ່​ບ່ອນ​ປອດ​ໄພ.

ທ່ານ​ປອດ​ປະສົບ ສຸ​ລັດ​ສະວະ​ດີ, ຮອງ​ນາຍົກລັດຖະມົນຕີ​ໄທ​ກ່າວ​ວ່າ, ທ່ານ​ເ​ຊື່​ອວ່າ​ສະພາບ​ການ​ໃນ​ປີ2011​ຈະບໍ່​ເກີດ​ຂຶ້ນ​ອີກ, ປະຈຸ​ບັນ, ລະດັບນ້ຳຂຢູ່​ໜ້າອງ​ເຂື່ອນຍັງ​ຕ່ຳ​ຫຼາຍ, ມີ​ຊ່ອງ​ຫວ່າງ​ຢ່າງ​ພຽງພໍ​ເພື່ອ​ຮອງ​ຮັບ​ປະລິມານນ້ຳ​ຝົນທີ່​ອາດ​ຈະ​ມີ​ຂຶ້ນ​ໄດ້.

ໃນ​ປີ2011ຢູ່​ພາກ​ເໜືອ​ແລະ​ພາກ​ກາງຂອງ​ໄທ​ໄດ້​ເກີດ​ໄພ​ນ້ຳ​ຖ້ວມ​ຮຸນ​ແຮງ​ທີ່​ສຸດ​ໃນ​ປະຫວັດສາດ, ​ເຊິ່ງ​ເຮັດ​ໃຫ້​ມີ800ກວ່າ​ຄົນ​ເສຍ​ຊີວິດ, ​ໄດ້​ສ້າງ​ຜົນ​ທະ​ທົບ​ຢ່າງ​ໜັບໜ່ວງ​ຕໍ່​ພາກອຸດ​ສາ​ຫະກຳ​ຂອງ​ໄທ, ​ເຮັດ​ໃຫ້ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ​ໄທ​ໃນ​ປີ2011ມີພຽງ​0,1%​ເທົ່າ​ນັ້ນ.