ເກີດ​ຄວາມ​ວຸ້ນວາຍ​ອີກຢູ່​ພາກ​ໃຕ້​ຟີ​ລິບ​ປີນ​​ຢ່າງ​ໜ້ອຍເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​8ຄົນ

(GMT+08:00) 2013-09-24 15:24:45     cri
ຕາມ​ຂ່າວCRI:​ໃນ​​ໄລຍະທີ່​ການ​ສູ້​ຮົບ​ລະຫວ່າງ​ແນວ​ໂຮມ​ປົດ​ປ່ອຍ​ອິສລາມໂມ​ໂຣ​ແລະ​ກອງທັບ​ລັດຖະບາ​ນຟີ​ລິບ​ປີນ​ໄດ້​ເຂົ້າ​ສູ່​ອາທິດ​ທີ3, ມີ​ກຸ່ມ​ປະກອບ​ອາວຸດ​ຝ່າຍຕໍ່ຕ້ານ​ລັດຖະບານ​ອີກ​ກຸ່ມ​ໜຶ່ງ​ໄດ້​ບຸກ​ເຂົ້າ​ໃນ​ຕົວ​ເມືອງ​ອີ​ກແຫ່ງ​ໜຶ່ງ​ຂອງ​ຟີ​ລິບ​ປີນ, ​ເກີດ​ການ​ປະ​ທະ​ກັນ​ກັບ​ກອງທັບ​ລັດຖະບານ, ​ເຊິ່ງ​ຢ່າ​ງໜ້ອຍ​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີວິດ8ຄົນ.