ກອງທັບລັດຖະບານ​ຊີຣີກ່າວ​ວ່າ​ໄດ້​ຮັບ​ຄວາມຄືບ​ໜ້າ​ທາງ​ການ​ທະຫານສຳຄັນຢູ່​ຫຼາຍ​ເຂດ​ຂອງ​ນະຄອນຫຼວງ​ດາມັສ

(GMT+08:00) 2013-09-24 15:25:25     cri
ຕາມ​ຂ່າວCRI:ວັນ​ທີ23ກັນຍາ​ນີ້, ກອງທັບລັດຖະບານ​ຊີຣີກ່າວ​ວ່າ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທາງ​ການ​ທະຫານ​ທີ່​ສຳຄັນ​ຢູ່​​ເມືອງ​ບານ​ຈາ​​ແລະ​​ເມືອງ​ອື່ນໆ​ຂອງ​ນະຄອນຫຼວງ​ດາ​ມັສ, ​ໄດ້​​ສັງຫານ​ຜູ້​ກໍ່​ການ​ຮ້າຍ​ເສຍ​ຊີວິດ​ແລະ​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ.

ນອກຈາກ​​ໃຈກາງເມືອງ​ແ​ລະ​ຊານ​ເມືອງ​ຂອງ​ນະຄອນຫຼວງ​ດາ​ມັສ​ແລ້ວ​ກອງທັບ​ລັດຖະບານ​ຊີຣີຍັງ​​ໄດ້​ສູ້​ຮົບ​ຢ່າງ​ດຸ​ເດືອດກັບ​ກຸ່ມ​ປະກອບ​ອາວຸດ​ຝ່າຍ​ຕໍ່ຕ້ານ​ລັດຖະບານ​, ຜູ້​ກໍ່​ການ​ຮ້າຍ​ທີ່ "​​ແນວ​ໂຮມ​ສະໜັບສະໜູນ"​ແລະ​ອົງການ​ຈັດ​ຕັ້ງ​ຫົວ​ຮຸນ​ແຮງອື່ນໆ​ຢູ່​ແຂວງ​ອາ​ເລ​ບ​ໂປ, ​ແຂວງ​ໂຮມແລະ​ແຂວງ​ອື່ນໆ.